ຫວຽດນາມຫວັງໃຫ້ COVAX ສືບຕໍ່ຊ່ວຍເຫຼືອວັກຊິນ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິກ
(VOVWORLD) -ຕອນບ່າຍວັນທີ 20 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການປະຊຸມທາງໄກກັບ ທ່ານນາງ ໂອເຣເລຍ ຫງວຽນ ຜູ້ອຳນວຍການບໍລິຫານ COVAX
ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ |
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ສະແດງຄວາມຫວັງຢາກໃຫ້ COVAX ບຸລິມະສິດ ຈັດສັນວັກຊິນໃຫ້ແກ່ຫວຽດນາມ ຍິ່ງຫຼາຍຍິ່ງໄວກໍຍິ່ງດີ ເພື່ອຮອດທ້າຍປີນີ້ ບັນລຸ 39 ໂດສ ຊຶ່ງ COVAX ໄດ້ໝັ້ນໝາຍກັບຫວຽດນາມໃນປີ 2021. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ຍັງຫວັງວ່າ COVAX ຈະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິກ ແລະ ຢາປິ່ນປົວໂຄວິດ-19ເພື່ອໃຫ້ຫວຽດນາມເປັນເຈົ້າຍາວນານທາງດ້ານວັກຊິນ.
ສ່ວນ ໂອເຣເລຍ ຫງວຽນ ຜູ້ອຳນວຍການບໍລິຫານ COVAX ໄດ້ແຈ້ງໃຫ້ຊາບວ່າ ໃນເດືອນຕຸລານີ້, COVAX ຈະຈັນສັນວັກຊິນ 85 ໂດສໃນທົ່ວໂລກ, ໃນນັ້ນມີຫວຽດນາມ, ນາງເຊື້ອໝັ້ນວ່າ ຫວຽດນາມຈະສາມາດຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້.