(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ ແຕ່ວັນທີ 16 – 19/11, ຄະນະຜູ້ແທນຄະນະການຊີ້ນຳປະຕິຮູບຕຸລາການສູນກາງ ໂດຍທ່ານນາງ ເລທິທູບາ, ຮອງຫົວໜ້າຄະນະປະຈຳນຳໜ້າ, ມີການເຮັດວຽກກັບສະພາຜູ້ພິພາກສາສູງສຸດ ອີຕາລີ ເພື່ອແນໃສ່ພົວພັນແລກປ່ຽນ, ຊອກຮູ້ບົດຮຽນຂອງປະເທດນີ້ໃນການເຄື່ອນໄຫວຕຸລາການ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ເລທິທູບາ ຊີ້ແຈ້ງວ່າ: ຫວຽດນາມ ພວມຄົ້ນຄ້ວາປ່ຽນໃໝ່ຮູບແບບດຳເນີນຄະດີ ເພື່ອສ້າງຮູບແບບການດຳເນີນຄະດີເໝາະສົມກັບ ຫວຽດນາມ. ທ່ານ Giovanni Legnini, ຮອງປະທານສະພາຜູ້ພິພາກສາສູງສຸດຂອງ ອີຕາລີ, ຢືນຢັນການປະຕິຮູບຕຸລາການແມ່ນວິວັດທະນາການຫຍຸ້ງຍາກຫຼາຍ, ໃນນັ້ນຂະແໜງຕຸລາການທັງຮັບປະກັນລັກສະນະເອກະລາດ ແລະ ທັງປົກປ້ອງສິດຜົນປະໂຫຍດຂອງປະຊາຊົນໃຫ້ໄດ້. ເຖິງຢ່າງໃດກໍ່ຕາມ, ດ້ວຍບົດຮຽນ ແລະ ລະບົບຕຸລາການທີ່ຍາວນານນັ້ນ, ອີຕາລີ ກຽມພ້ອມ ແລະ ຫວັງວ່າຈະປະກອບສ່ວນເຂົ້າໃນວິວັດທະນາການປະຕິຮູບຕຸລາການຂອງ ຫວຽດນາມ. ກໍ່ໃນຂອບເຂດຂອງການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບົດຮຽນກ່ຽວຂ້ອງເຖິງເລື່ອງປັບປຸງຮ່າງກົດໝາຍບາງສະບັບຄື: ກົດໝາຍອາຍາ, ກົດໝາຍແພ່ງ… ກໍ່ຄືບົດຮຽນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດກົດໝາຍ ແລະ ສະພາບ ຕົວຈິງໃນການເຄື່ອນໄຫວຕຸລາການ.