ຫວຽດນາມ-ອາຟຼິກາໃຕ້ຊຸກຍູ້ບັນດາມາດຕະການບຸລິມະສິດເພື່ອຍູ້ແຮງການຮ່ວມມືສອງຝ່າຍ

ຫວຽດນາມ-ອາຟຼິກາໃຕ້ຊຸກຍູ້ບັນດາມາດຕະການບຸລິມະສິດເພື່ອຍູ້ແຮງການຮ່ວມມືສອງຝ່າຍ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈູງ​ຫາຍ ແລະ
ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຼິ​ກາ​ໃຕ້ Cyril Ramaphosa
ພາບ:TTXVN

(vovworld)-​​ ຕອນ​ບ່າຍ​ວັນ​ທີ 4/8, ຢູ່ ນະ​ຄອນ Cape Town ນະ​ຄອນ​ຫລວງ ຂອງ ອາ​ຟ​ຼິ​ກາ​ໃຕ້, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Cyril Ramaphosa ເປັນ​ເຈົ້າ​ພາບ​ພິ​ທີ​ຕ້ອນ​ຮັບ ແລະ ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮ່​ວາງ​ຈູງ​ຫາຍ. ທີ່​ການ​ເຈ​ລະ​ຈາ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Cyril Ramaphosa ໄດ້​ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ມີ​ຄວາ​ມ​ໝາຍ​ສຳ​ຄັນ​ໃນ​ໄລ​ຍະ​ ສອງ​ປະ​ເທດພວມ​ຍູ້​ແຮງ​ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ຂອບ​ເຂດ​ການ​ພົວ​ພັນ “ຄູ່​ຮ່ວມ​ມື​ເພື່ອ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ”. ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ເປັ​ນ​ເສົາ​ຄ້ຳ, ບັນ​ດາ​ມາດ​ຕະ​ກາ​ນ​ບຸ​ລິ​ມະ​ສິດ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ເຂັ້ມ​ແຂງກວ່າ​ອີກ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ທຸກ​ຂົງ​ເຂດ. ສອງ​ຝ່າຍ ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ກັບ​ປະ​ຈຸ​ບັນ. ສອງ​ຝ່າຍ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ປະ​ສານ​ສົມ​ທົບ ແລະ ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.

 

 

 

ຂ່າວ/ບົດ​ອື່ນ