ຫວຽດນາມ-ອາເມລິກາຊຸກຍູ້ການຮ່ວມມືໃນທຸກຂົງເຂດ
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບດ້ານການເມືອງ ອາເມລິກາ Wendy Sherman
(ພາບ: KT)
(vovworld) – ທີ່ການຢ້ຽມຢາມ ຫວຽດນາມ ໃນວັນທີ 5/3, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບດ້ານການເມືອງ ອາເມລິກາ Wendy Sherman ມີການພົບປະກັບທ່ານກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ຟ້າມກວາງຫງີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ຮ່ວາງບີ່ງກວນ ແລະ ເຮັດວຽກກັບການນຳກະຊວງການຕ່າງປະເທດ, ກະຊວງປ້ອງກັນຊາດ, ກະຊວງຕຳຫຼວດ ຫວຽດນາມ. ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍສະແດງຄວາມພາກພູມໃຈກ່ຽວກັບການພັດທະນາອັນດີງາມຂອງການພົວພັນ 2 ປະເທດໃນໄລຍະຜ່ານມາ, ພິເສດແມ່ນນັບແຕ່ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ເຫັນດີເປັນເອກະສັນສົມທົບກັນຊອກຫາບັນດາມາດຕະການເພື່ອແນໃສ່ນຳການພົວພັນ 2 ປະເທດພັດທະນາໃນໄລຍະຈະມາເຖິງໃຫ້ດີກ່ວາອີກ, ພິເສດແມ່ນໃນສະພາບການ 2 ປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນເປັນປົກກະຕິໃນປີ 2015. ຝ່າຍ ຫວຽດນາມ ຢັ້ງຢືນຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ພິເສດແມ່ນບັນດາການຢ້ຽມຢາມຂັ້ນສູງ, ຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆຄື: ເສດຖະກິດ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ... ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ເນັ້ນໜັກວ່າ: ອາເມລິກາ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ການເມືອງ - ການທູດ, ເສດຖະກິດ - ການຄ້າ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ... 2 ຝ່າຍຢັ້ງຢືນສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ຮັບປະກັນຄວາມເສລີ ແລະ ຄວາມປອດໄພ, ຄວາມສະຫງົບໃນການເດີນທະເລ.