ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢູ່​ລີ​ບີ​ຢຸດ​ຕິ​ການ​ປະ​ທະ​ກັນ

(VOVWORLD) -ວັນທີ 5 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢູ່​ລີ​ບີ​ຢຸດ​ຕິ​ການ​ປະ​ທະ​ກັນ - ảnh 1 ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ

ບັນດາປະເທດສະມາຊິກ ສປຊໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການສູ້ຮົບເພີ່ມຂຶ້ນ, ກໍ່ຄືບັນດາຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ມະນຸດສະທຳຢູ່ ລີບີໃນມໍ່ໆມານີ້, ພິເສດແມ່ນບັນດາການບຸກໂຈມຕີເລັງໃສ່ສາມັນຊົນ ແລະ ບັນດາຮາກຖານພົນລະເຮືອນ. ບັນດາປະເທດໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ລີບີຈົ່ງຢຸດຕິການສູ້ຮົບ, ປະຕິບັດຕາມຄຳສັ່ງ ຢຸດຕິການສູ້ຮົບມະນຸດສະທຳ, ຮັບປະກັນການສຳຜັດທາງດ້ານມະນຸດສະທຳໄດ້ຢ່າງຄົບຖ້ວນ ແລະ ມຸ່ງໄປເຖິງວິທີການແກ້ໄຂດ້ານການເມືອງໃຫ້ແກ່ບັນຫາລີບີ.

        ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ຢຸດຕິສະພາບການໃຊ້ຄວາມຮຸນແຮງທີ່ແນໃສ່ສາມັນຊົນ, ຮາກຖານພົນລະເຮຶອນ. ທ່ານກໍ່ເນັ້ນໜັກເຖິງການ ສະໜັບສະໜູນວິທີການແກ້ໄຂດ້ານການເມືອງບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕຂອງລີບີ ແລະ ໂດຍປະຊາຊົນລີບີເປັນຜູ້ນຳໜ້າ ແລະ ເປັນເຈົ້າຂອງ.

ຟ້າມຮວນ ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ