ຫວຽດນາມເຂົ້າຮ່ວມ ເວທີປາໄສອາຊີ ປົວຢາວ 2014
(ພາບ: Hải Yến/TTXVN))
(vovworld)- ວັນທີ 10/4, ທ່ານຫວູ້ດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີບົດກ່າວປາໄສທີ່ວາລະໄຂ ເວທີປາໄສອາຊີປົວຢາວ 2014 ຈັດຂຶ້ນຢູ່ໄຮໜານ ປະເທດຈີນ. ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ເນັ້ນນັກວ່າ: ອາຊີພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ພາລະກຳບື່ນຕົວຂຶ້ນຢ່າງແຂງແຮງ, ບໍ່ພຽງແຕ່ເພື່ອຕົນເອງເທົ່ານັ້ນ, ຫາກຍັງປະກອບສ່ວນນັບມື້ນັບສຳຄັນໃນການແກ້ໄຂບັນດາບັນຫາລວມຂອງມວນມະນຸດອີກດ້ວຍ… ເພື່ອຊອກຫາທິດທາງໃໝ່, ຮູບແບບການພັດທະນາໃໝ່, ການເຕີບໂຕໝັ້ນຄົງ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຖືວ່າ: ປະເທດຕ່າງໆຕ້ອງຖືວ່າການປະດິດສ້າງ, ປ່ຽນໃໝ່ເຕັກໂນໂລຊີຄືດັ່ງກຳລັງໜູນ.
ຕາມທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ແລ້ວ, ອະນາຄົດຂອງອາຊີ ແລະ ກຳລັງໜູນການເຕີບໂຕຂອງອາຊີພຽງແຕ່ມີຄວາມໝາຍໃນຂະນະທີ່ພາກພື້ນມີສັນຕິພາບ, ສະຖຽນລະພາບ, ຮ່ວມມື. ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບນັບຖື ແລະ ມີຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ, ພ້ອມກັນແບ່ງປັນຄວາມຮັບຜິດຊອບຕໍ່ໜ້າບັນດາບັນຫາລວມແມ່ນປັດໄຈທີ່ຂາດບໍ່ໄດ້ ເພື່ອຮັບປະກັນໃຫ້ແກ່ການເຕີບໂຕໝັ້ນຄົງຂອງທັງພາກພື້ນກໍ່ຄືທົ່ວໂລກ. ຫວຽດນາມ ຍາມໃດກໍ່ມານະພະຍາຍາມຮ່ວມມືກັບປະຊາຊາດ, ຄູ່ຮ່ວມມືບົນຈິດໃຈ ແລະ ເພື່ອຈຸດໝາຍດັ່ງກ່າວ./.