ຫວຽດນາມເຂົ້າຮ່ວມກອງປະຊຸມການນຳບັນດາອົງການມີໜ້າທີ່ພິເສດ,ປ້ອງກັນຄວາມສະຫງົບແລະປົກປ້ອງກົດໝາຍຢູ່ລັດເຊຍ

(VOVWORLD) -ໃນລະຫວ່າງວັນທີ 04 – 05 ຕຸລາ, ຢູ່ນະຄອນ Krasnodar, ໄດ້ດຳເນີນກອງປະຊຸມຄັ້ງທີ 16 ການນຳບັນດາອົງການມີໜ້າທີ່ພິເສດ, ປ້ອງກັນຄວາມສະຫງົບ ແລະ ປົກປ້ອງກົດໝາຍ. ເຂົ້າຮ່ວມກອງປະຊຸມມີຜູ້ແທນ 116 ຄະນະທີ່ມາຈາກ 74 ປະເທດໃນໂລກ ແລະ ບັນດາອົງການຈັດຕັ້ງສາກົນ.

ຫວຽດນາມເຂົ້າຮ່ວມກອງປະຊຸມການນຳບັນດາອົງການມີໜ້າທີ່ພິເສດ,ປ້ອງກັນຄວາມສະຫງົບແລະປົກປ້ອງກົດໝາຍຢູ່ລັດເຊຍ - ảnh 1 ຫວຽດນາມເຂົ້າຮ່ວມກອງປະຊຸມການນຳບັນດາອົງການມີໜ້າທີ່ພິເສດ,

ປ້ອງກັນຄວາມສະຫງົບແລະປົກປ້ອງກົດໝາຍຢູ່ລັດເຊຍ

(ພາບ: Vietnam+)

ຄະນະຜູ້ແທນຫວຽດນາມໂດຍທ່ານພົນຕີ ຫງວຽນວັນເຊີນ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ນຳໜ້າເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຕີ ຫງວຽນວັນເຊີນ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຕີລາຄາສູງບັນດາຫົວຂໍ້ຂອງກອງປະຊຸມປີນີ້ ແລະ ຖືວ່າ ນີ້ແມ່ນການຄັດເລືອກທີ່ເໝາະສົມໃນສະພາບກໍ່ການຮ້າຍ, ການເຄື່ອນໄຫວຫົວຮຸນແຮງເກີດຂຶ້ນ ແລະ ເພີ່ມຂຶ້ນຢູ່ຫຼາຍປະເທດ, ສົ່ງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງໃນໂລກຢ່າງຮ້າຍແຮງ. ຕາມ ທ່ານພົນຕີ ຫງວຽນວັນເຊີນ ແລ້ວ, ຫວຽດນາມ ໄດ້ລະດົມກຳລັງແຮງຂອງທົ່ວປວງຊົນເພື່ອເຂົ້າຮ່ວມການສະກັດນັ້ນ, ຕ້ານການກໍ່ການຮ້າຍ; ສຸມໃສ່ສ້າງກອບກົດໝາຍ, ຫົວໜ່ວຍຈັດຕັ້ງສະເພາະກິດ, ເພີ່ມທະວີບັນດາມາດຕະການປ້ອງກັນ, ພົບເຫັນ, ສະກັດກັ້ນບັນດາການເຄື່ອນໄຫວກໍ່ການຮ້າຍ ແລະ ຫົວຮຸນແຮງ. ທ່ານພົນຕີ ຫງວຽນວັນເຊີນ ກໍ່ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມຊຸກຍູ້, ເປີດກວ້າງການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ສະນັບສະໜູນປະຊາຄົມສາກົນໃນການຕໍ່ສູ້ປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ບັນດາການເຄື່ອນໄຫວຫົວຮຸນແຮງບົນພື້ນຖານເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ