ຫວຽດນາມເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ
ຟ້າມຮວນ-ຫວູເຮີບ,ນັກຂ່າວVOVປະຈຳອາເມລິກາ -  
ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ອາເມລິກາ
(ພາບ: ASEAN Watch)
|
(vovworld) - ວັນທີ 23/9, ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການລະຫວ່າງລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ອາເມລິກາ. ທີ່ກອງປະຊຸມ, ບັນດາລັດຖະມົນຕີລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ແລະ ການຮັກສາທ່າພັດທະນາຂອງການພົວພັນນີ້ໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີ່ງມິງ ເນັ້ນໜັກວ່າ, ດ້ວຍວິວັດທະນາການສ້າງຕັ້ງປະຊາຄົມ, ອາຊຽນ ຍາມໃດກໍ່ຖືເປັນສຳຄັນການພົວພັນ ແລະ ການຮ່ວມມືຮອບດ້ານກັບບັນດາຄູ່ຮ່ວມມືສຳຄັນ, ໃນນັ້ນມີ ອາເມລິກາ ແລະ ສປຊ, ສະເໜີໃຫ້ ອາເມລິກາ ເພີ່ມທະວີການຮ່ວມມື ແລະ ການໜູນຊ່ວຍ ອາຊຽນ ໃນບາງຂົງເຂດອຸລິມະສິດຄືເຊື່ອມຕໍ່, ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ເລີ່ມດຳເນີນອາຊີບ ແລະ ປະດິດສ້າງ…ທ່ານກໍ່ຫວັງວ່າ ສປຊ ສົມທົບຢ່າງແໜ້ນແຟ້ນກັບ ອາຊຽນ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງມີປະສິດທິຜົນ, ໜູນຊ່ວຍ ອາຊຽນ ຍົກສູງກຳລັງແກ່ງແຍ້ງໃນການເຊື່ອມຕໍ່ພາກພື້ນ ແລະ ຮັບມືກັບບັນດາສິ່ງທ້າທາຍຂ້າມຊາດ. ທ່ານ ຟ້າມບີ່ງມິງ ກໍ່ສະເໜີ ໃຫ້ ອາຊຽນ ແລະ ບັນດາຄູ່ຮ່ວມມືສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມແມ່ນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ຊຸກຍູ້ເລື່ອງເຄົາລົບກົດໝາຍສາກົນ, ພິເສດແມ່ນບັນດາຫຼັກການລະງັບໃຈ, ແກ້ໄຂການຂັດແຍ້ງດ້ວຍມາດຕະການສັນຕິພາບ, ບົນພື້ນຖານກົດໝາຍສາກົນ.
ຟ້າມຮວນ-ຫວູເຮີບ,ນັກຂ່າວVOVປະຈຳອາເມລິກາ