ງານຕະຫລາດນັດການກຸສົນ
ພາບປະກອບ:internet
|
(vovworld)- ສະໂມສອນແມ່ຍິງສາກົນ (WIC) ອິນໂດເນເຊຍ ໄດ້ຈັດຕັ້ງານຕະຫລາດນັດການກຸສົນສາກົນຄັ້ງທີ 46 ໃນເວລາ 2 ວັນຄືວັນທີ 27-28/11 ທີ່ສູນກອງປະຊຸມສາກົນ ຢູ່ນະຄອນຫລວງ ຢາກາກຕາ ປະເທດ ອິນໂດເນເຊຍ ເພື່ອເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ນຳ້ໃຈມິດຕະພາບ, ຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງແມ່ຍິງບັນດາປະເທດທີ່ມີອົງການທູຕານຸທູດ ປະຈຳອິນໂດເນເຊຍ ແລະ ບໍລິຈາກເງິນເຂົ້າກອງທຶນມະນຸດສະທຳໃຫ້ແກ່ບັນດາການເຄື່ອນໄຫວກຸສົນຂອງສະໂມສອນດັ່ງກ່າວ. ພັນລະຍາ ແລະ ບັນດາພະນັກງານສະຖານທູດຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ສົມທົບກັບພັນລະຍາ ແລະ ພະນັກງານຄະນະຜູ້ຕາງຫນ້າຂອງຫວຽດນາມ ປະຈຳ ອາຊຽນ ຈັດຕັ້ງຮ້ານວາງສະແດງ ແລະ ຂາຍເຄື່ອງສິລະປະຫັດຖະກຳ, ອາຫານພື້ນເມືອງຂອງຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກຜູ້ແທນ ແລະ ແຂກເຂົ້າຊົມເປັນຈຳນວນຫລວງຫລາຍ.