ຮ້ານວາງສະແດງສິນຄ້າຂອງຫວຽດນາມ
ພາບ:TTXVN
|
(vovworld)-ງານຕະຫລາດນັດສິນຄ້າໃຊ້ສອຍ ສີລັງກາ ດຳເນີນໄປແຕ່ວັນທີ 5 -7/7 ຢູ່ ນະຄອນຫລວງ Colombo ໂດຍມີການເຂົ້າຮ່ວມຂອງວິສາຫະກິດມາຈາກຫລາຍປະເທດ, ໃນນັ້ນ ມີຫວຽດນາມ. ທ່ານ ໂຕນຊີງແທ່ນ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສີລັງກາ ເຂົ້າຮ່ວມພິທີໄຂ ແລະ ພ້ອມກັບບັນດາເຈົ້າຫນ້າທີ່ສີລັງກາ ຢ້ຽມຊົມຮ້ານວາງສະແດງສິນຄ້າຂອງຫວຽດນາມ. ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດຄັ້ງນີ້ ດ້ວຍ 6 ຮ້ານວາງສະແດງສິນຄ້າ ແລະ ໄດ້ດຶງດູດແຂກສີລັງກາ ເຂົ້າຊົມເປັນຈຳນວນຫລວງຫລາຍ. ນອກນັ້ນ ສະຖານທູດຫວຽດນາມ ແລະ ບັນດາບໍລິສັດຂອງຫວຽດນາມ ກໍວາງສະແດງຮູບພາບທີ່ສວຍງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ໂຄສະນາກ່ຽວກັບວັດທະນະທຳ, ທ່ອງທ່ຽວ, ບັນດາສິ່ງພິມກ່ຽວກັບການພົວພັນລະຫວ່າງສອງປະເທດອີກດ້ວຍ.