ຫວຽດນາມເຂົ້າຮ່ວມງານຕະຫຼາດນັດ ສາກົນຢູ່ມາເລເຊຍ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດ ສາກົນຢູ່ມາເລເຊຍ - ảnh 1

ປະ​ເທດມາ​ເລ​ເຊຍ

(ພາບ:impressivevietnam.vn)

( vovworld ) –  ​ແຕ່​ວັນ​ທີ 13-15/6, ຫວຽດນາມ​ ໄດ້​​ເຂົ້າຮ່ວມງານ​ຕະຫຼາດນັດ​ສາກົນ​ຄັ້ງທີ 4 ກ່ຽວ​ກັບ​ຂອງຂວັນ ​ແລະ ​ເຄື່ອງອຸປະກອນ​ຮັບ​ໃຊ້​​ຫ້ອງການຢູ່​ກົວ​ລາ​ລຳ​ເປີ ປະ​ເທດມາ​ເລ​ເຊຍ ພ້ອມ​ກັບ 10 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ຫວຽດນາມ ​ໄດ້​ວາງສະ​ແດງ​ບັນດາ​ຜະ​ລິດ​ຕະພັນ​ເຄື່ອງ​ສິລະ​ປະ​ຫັດ​ຖະກຳ, ​ແນະນຳ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ການ​ຄ້າ​ທີ່​ນັບ​ມື້​ນັບ​ສະດວກ​ສະບາຍ​ຂອງ​ຫວຽດນາມ. ທ່ານ Vu Van Canh ທູດ​ການ​ຄ້າ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ຫວັງ​ວ່າ, ດ້ວຍ​ທ່າ​ແຮງ​ດ້ານເຄື່ອງ​ສິລະ​ປະ​ຫັດ​ຖະກຳ, ຜ່ານ​ງານ​ຕະຫຼາດນັດ​ຄັ້ງນີ້, ບັນດາ​ລູກ​ຄ້າ​ມາ​ເລ​ເຊຍ ​ແລະ ​ເພື່ອນ​ມິດສາ​ກົນຈະ​ຮູ້ຈັກ​ເຖິງສິນຄ້າ​ຂອງ​ຫວຽດນາມ, ຈາກ​ນັ້ນ, ຫວຽດນາມ​ ສາມາດ​ໂຄສະນາ​ພາບ​ພົດ ​ແລະ ຜະລິດ​ຕະພັນ​ຂອງ​ຕົນ, ປະກອບສ່ວນ​ຊຸກຍູ້​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນເຄື່ອງ​ສິລະ​ປະ​ຫັດ​ຖະກຳ​ພາຍ​ໃນ​ປະ​ເທດ.

   ​ໃນ​ຊຸມ​ປີ​ມໍ່​ມາ​ນີ້, ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໄດ້​ເພີ່ມ​ຂຶ້ນ​ສະ​ເລ່ຍ 20%/ປີ. ປີ 2011, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນບັນລຸ​ເກືອບ 6,7 ຕື້​ໂດ​ລາ​ສະຫະລັດ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ