ຫວຽດນາມເຂົ້າຮ່ວມງານຕະຫຼາດນັດເພື່ອການກຸສົນ Bazaar ຢູ່ ອີຢິບ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດເພື່ອການກຸສົນ Bazaar ຢູ່ ອີຢິບ - ảnh 1
(ພາບປະກອບ: vietnamplus)

(vovworld) – ​ວັນ​ທີ 14/11, ສະຖານທູດ​ຫວຽດນາມ​ປະຈຳ​ອີ​ຢິບ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ປະ​ເທດ​ທາດ​ປີ​ລະ​ມິດ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ອາຫານ​ການ​ກິນ ​ແລະ ສິນຄ້າ ສິລະ​ປະຫັດຖະກຳ​ Bazaar ຢ່າງ​ຕັ້ງໜ້າ ​ໂດຍ​ສະມາຄົມ​ພັນ​ລະ​ຍາ​ຂອງບັນດາ​ນັກ​ການ​ທູດ​ອາຊີ (ADSA) ຈັດ​ຕັ້ງ, ການ​ເຄື່ອນ​ໄຫວປະຈຳ​ປີ ​ເພື່ອ​ແນ​ໃສ່​ສ້າງ​ກອງ​ທຶນ​ສະ​ໜັບ​ສະ​ໜູນ​ໃຫ້​ບັນດາ​ຄົນ​ທຸກ​ຍາກ​ຢູ່​ອີ​ຢິບ. ພິ​ເສດ, ມຸ່ງ​ໄປ​ເຖິງ​ບັນດາ​ເປົ້າ​ໝາຍ​​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ. ​ເຂົ້າ​ຮ່ວມ​ເຫດການ​ເພື່ອ​ການ​ກຸສົນ​ປີ​ນີ້ ມີ​ການ​ປະກອບສ່ວນ​ຂອງ 21 ປະ​ເທດ. ບັນດາ​​ເຍື່ອງ​ອາຫານ​ຂອງ​ຫວຽດນາມ​ແມ່ນ​ສົ້ມ​ແນມ​ຈືນ ​ແລະ ກາ​ເຟ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ກັບ​ໜູ່​ເພື່ອນ​ສາ​ກົນ. ​ໃນ​ຂອບ​ເຂດ​ຂອງ​ເຫດການ, ຫວຽດນາມ​ກໍ່​ໄດ້​ໂຄສະນາ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ດ້ານວັດທະນະທຳ ​ແລະ ດ້ານ​ການທ່ອງ​ທ່ຽວ​ຂອງ​ຕົນ​ຜ່ານ​ຄຼິບວີ​ດີ​ໂອ ຍາວ 5 ນາທີ ​ແນ​ະນຳ​ປະ​ເທດ​ຊາດ, ຊາວ​ຫວຽດນາມ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ