ຫວຽດນາມເຂົ້າຮ່ວມງານຕະຫາດນັດເພື່ອການກຸສົນຂອງສະຫະພັນແມ່ຍິງອາຊີ-ປາຊີຟິກຢ່າງຕັ້ງໜ້າ

ຫວຽດນາມເຂົ້າຮ່ວມງານຕະຫາດນັດເພື່ອການກຸສົນຂອງສະຫະພັນແມ່ຍິງອາຊີ-ປາຊີຟິກຢ່າງຕັ້ງໜ້າ - ảnh 1
ຫວຽດນາມເຂົ້າຮ່ວມງານຕະຫາດນັດ
ເພື່ອການກຸສົນຂອງສະຫະພັນແມ່ຍິງອາຊີ-ປາຊີຟິກຢ່າງຕັ້ງໜ້າ
(ພາບ: TTXVN)

(vovworld) - ​ ​​ວັນ​ທີ 06/04, ສະ​ຫະ​ພັ​ນ​ແມ່​ຍິງອ​າ​ຊີ​-ປາ​ຊີ​ຟິກ (ALFS) ໄດ້​ຈັດ​ງານ​ຕະ​ຫຼາດ​ນັດ​ເພື່ອ​ການ​ກຸ​ສົນ​ຄັ້ງ​ທີ 40 ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ, ປະ​ເທດ​ຍີ່​ປຸ່ນ. ທ່ານ​ນາງ Komura, ຫົວ​ໜ້າ​​ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ງານ​ຕະ​ຫຼາດ​ນັດແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ ເຊິ່ງ​ໄດ້​ຮັບ​ການ​ຈັດ​ຕ​ັ້ງ​ດ້ວຍ​ຈຸດ​ໝາຍແຜ່ບໍ​ລິ​ຈາກ​ເງິນ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ ແລະ ໜູນ​ຊວ່ຍ, ຊ່ວຍ​ເຫຼືອ​ແມ່​ຍິງ, ເດ​ັ​ກ​ນ້ອຍ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ALFS. ຈ​ຳ​ນວນ​ເງິນ​ ແລະ ​ຜົນກ​ຳ​ໄລ ທີ່​ເ​ກັບ​ມາ​ໄດ້​​ໃນ​ແຕ່​ລະ​ຄັ້ງ​ຈະ​ໄດ້​ແບ່ງ​ສະ​ເໝີ​ກັນ​ໃຫ້​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ​ສຳ​ລັບ​ແມ່​ຍິງ ແລະ ເດັກ​ນ້ອຍ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ໃນ​ຊຸມ​ປີ​ຜ່ານ​ມາ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ALFS, ໃນ​ນັ້ນ​ມີ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​​ຂອງ​ສະ​ຫະ​ພັນຢ່າງ​ຕັ້ງ​ໜ້າ. ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້ແມ່ນ​ງານ​ຕະ​ຫຼາດ​ນັດ​ໃຫຍ່ກວ່າ​ໝູ່​ຂອງ ALFS ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັ​ກ​ຄີ, ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມ​າ​ຊິກ.

        ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້, ສະ​ຫ​ະ​ພັນ​ແມ່​ຍິງ​​ສະ​ຖານ​ທູດຫວຽດ​ນາມ ມີ​ຮ້ານ​ວາງ​ສະ​ແດງກ່ຽວ​ກັບ​ເຄື່ອງ​ເຟີ​ນີເຈ​ີ ແລະ ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ອາ​ຫານ​ການ​ກິນ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ