ຫວຽດນາມເຊື່ອມ ຈອດເຄືອຂ່າຍຂໍ້ມູນ ຂ່າວສານລະຫວ່າງ ທະວີບ

ຫວຽດນາມເຊື່ອມ ຈອດເຄືອຂ່າຍຂໍ້ມູນ ຂ່າວສານລະຫວ່າງ ທະວີບ - ảnh 1

(ພາບ:dbv.vn)

(vovworld)- ຕອນ​ເຊົ້າວັນ​ທີ 5/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ເປີດເຄືອ​ຂ່າ​ຍ​ຂໍ້​ມູນ​ຂ່າວສານ​ລະຫວ່າ​ງທະ​ວີ​ບອາຊີ-​ເອີ​ລົບ ​ໄລຍະ​ທີ 4 (TEIN 4 Vietnam). ​ໂຄງການສ້າງເຄືອ​ຂ່າ​ຍ​ຂໍ້​ມູນ​ຂ່າວສານ​ລະຫວ່າ​ງທະ​ວີ​ບອາຊີ-​ເອີ​ລົບ (TEIN) ​ແມ່ນ​ຂໍ້​ລິ​ເລີ່​ມ​ເພື່ອ​ແນ​ໃສ່​ສ້າງເຄືອ​ຂ່າ​ຍ​ຂໍ້​ມູນ​ຂ່າວສານ​ລະຫວ່າ​ງທະ​ວີ​ບອາຊີ-​ເອີ​ລົບ ​ແລະ ​ໄດ້​ຜ່ານ 4 ​ໄລຍະ​ແລ້ວ ​ເພື່ອ​ແນ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເຄືອ​ຂ່າ​ຍ​ຂໍ້​ມູນ​ຂ່າວສານ​ລະດັບ​ຄວາມ​ໄວ​ສູງ, ຮັບ​ໃຊ້​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ຄົ້ນຄ້ວາ ວິທະຍາສາດ​ລະຫວ່າງ​ບັນດາ​ປະ​ເທດ​ອາຊີ-​ເອີ​ລົບ. ປີ 2006, ຫວຽດນາມ ​ເຊື່ອມ​ຈອດ​ເຂົ້າ​ເຄືອ​ຂ່າ​ຍ TEIN ​ໄລຍະ​ທີ 2  ​ແລະ ສ້າງຕັ້ງເຄືອ​ຂ່າ​ຍ Vinaren ຢ່າງ​ເປັນ​ທາງ​ການ​ເພື່ອຮັບ​ໃຊ້​ໃຫ້​ແກ່ຂົງ​ເຂດ​ຄົ້ນຄ້ວາ​ວິທະຍາສາດ ​ແລະ ບຳລຸງ​ສ້າງ​ຂອງ​ຫວຽດນາມ. ປີ 2012, ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ຈຳ​ເປັນ​ເພື່ອ​ເຂົ້າຮ່ວມ TEIN ​ໄລຍະ​ທີ 4 ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເຈິ່ນຫວຽດ​ແທງ, ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ຊີ້​ແຈງ​ວ່າ:

  “ພະ​ທີ​ເປີດ TEIN 4 ຫວຽດນາມ ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ເດີນ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ພັດທະນາ​ວິທະຍາສາດເຕັກ​ໂນ​ໂລ​ຊີ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ສະມາຊິກ​ເຄືອ​ຂ່າ​ຍ Vinaren ​ແລະ ປະຊາ​ຄົມ​ຄົ້ນຄ້ວາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ຕ້ອງ​ເປັນ​ເຈົ້າການ​ກ່ວາ​ອີກ​ໃນ​ການ​ຜັນ​ຂະຫຍາຍ​ການ​ໝູນ​ໃຊ້​ເຄືອ​ຂ່າ​ຍ, ​ເພີ່ມ​ທະວີ​ການ​ຂຸດ​ຄົ້ນຄວາມ​ສາມາດ​ເຄືອ​ຂ່າ​ຍຄົ້ນຄວ້າ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຫຼາຍກ່ວາ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ເຄືອ​ຂ່າ​ຍ. ຄຽງ​ຂ້າງ​ນັ້ນ, ຄົ້ນຄ້ວາສະ​ເໜີ​ບັນດາ​ນະ​ໂຍບາຍ​ເໝາະ​ສົມ​​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ເຄືອ​ຂ່າ​ຍVinaren ​ໃນ​ໄລຍະ 2014-2020”.

 

 

ຂ່າວ/ບົດ​ອື່ນ