ເສົາຫລັກໝາຍເລກທີ 240
ພາບ:internet
|
(vovworld)- ບົນພື້ນຖານຂໍ້ຕົກລົງລະຫວ່າງຫວຽດນາມ ແລະ ກຳປູເຈຍ, ພິທີເປີດສະຫລອງເສົາຫລັກໝາຍເລກທີ 30 ຢູ່ຊາຍແດນ ທາງບົກ ຫວຽດນາມ - ກຳປຸເຈຍ ແລະ ຕອນເສັ້ນທາງເຊື່ອມຕໍ່ປ້ອມກວດກາດ່ານຊາຍແດນສາກົນ ເລ້ແທງ - OzaDao ຈະ ດຳເນີນໃນວັນທີ 26/12/2015 ຢູ່ ຕາແສງ Ia Nan ເມືອງ ດືກເກີ ແຂວງ ຢາລາຍ. ໃນວັນດຽວກັນ, ພິທີເປີດສະຫລອງ ເສົາຫລັກໝາຍເລກທີ 275 ຢູ່ ດ່ານຊາຍແດນສາກົນ ຕິ້ງບຽນ - ພະນົມເຢີນ ຈະດຳເນີນຢູ່ ຕາແສງ ຊວນໂຕ ເມືອງ ຕີ້ງບຽນ ແຂວງ ອານຢາງ.
ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ກຳປຸເຈຍ Hun Xen ຈະພ້ອມກັນເຂົ້າຮ່ວມພິທີເປີດສະຫລອງ ຈັດຂຶ້ນຢູ່ ແຂວງ ຢາລາຍ ໃນຕອນເຊົ້າວັນທີ 26/12/2015 ແລະ ຕັດແຖບຜ້າເປີດສະຫລອງເສົາຫລັກໝາຍເລກທີ 275 ຢູ່ ແຂວງ ອານຢາງ ໃນຕອນບ່າຍວັນທີ 26/12/2015.