ຫວຽດນາມແລະຝລັ່ງມານະພະຍາຍາມນຳການພົວພັນສອງຝ່າຍສົມກັບຂອບເຂດຄູ່ຮ່ວມມືຍຸດທະສາດ
ທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳ ຝລັ່ງ
ພາບ:TTXVN
|
(vovworld)- ການພົວພັນຄູ່ຮ່ວມມືຍຸດທະສາດຊື່ງໄດ້ຮັບການລົງນາມເມື່ອເດືອນ 9/2013 ເນື່ອງໃນໂອກາດຢ້ຽມຢາມ ຝລັ່ງ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແມ່ນບາດກ້າວຫັນຄວາມຕັດສິນໃຈດ້ານການເມືອງຂອງບັນດາການນຳຫວຽດນາມ ແລະ ຝລັ່ງ ເປັນລະອຽດ ນຳການພົວພັນສອງປະເທດກ້າວເຂົ້າສູ່ໄລຍະໃຫມ່, ມີປະສິດທິຜົນກວ່າ, ເລິກເຊິ່ງກວ່າ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກ່ຽວກັບການພັດທະນາ ແລະ ການພົວພັນກັບຕ່າງປະເທດຂອງແຕ່ລະປະເທດ. ນີ້ແມ່ນເນື້ອໃນຕົ້ນຕໍໃນບົດຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ ປະຈຳ ປາຣີ ຂອງທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ. ເພື່ອເຮັດໃຫ້ການພົວພັນຮອບດ້ານນີ້ໃຫ້ເລິກເຊິ່ງກວ່າ, ທ່ານເອກອັກຄະລັດຖະທູດ ຫງວຽນງອກເຊີນ ຖືວ່າ: ສອງປະເທດ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາບັນດາກົນໄກເຈລະຈາທີ່ມີຢູ່ແລ້ວເປັນປະຈຳ, ເອົາໃຈໃສ່ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ຜ່ານການສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດສອງປະເທດ ສຳພັດກັບຕະຫລາດຂອງກັນ. ຄຽງຄູ່ກັນນັ້ນ, ສອງປະເທດ ຄວນເປີດກ້ວາງການຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ແລະ ຊຸກຍູ້ການຮ່ວມມືພົວພັນແລກປ່ຽນວັດທະນະທຳ, ສື່ສານ, ພົບປະປະຊາຊົນ.