ພາບປະກອບ:internet
|
(vovworld)-ໃນຂອບເຂດການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ, ວັນທີ 14/4, ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການຮ່ວມມື ຫວຽດນາມ - ລາຊະອານາຈັກ ອັງກິດ ກ່ຽວກັບການຄົ້ນຄ້ວາບັນດາພະຍາດຕິດແປດ” ເພື່ອສ້າງກາລະໂອກາດໃຫ້ບັນດານັກວິທະຍາສາດ, ນັກຄົ້ນຄ້ວາຂອງສອງປະເທດປຶກສາຫລື, ແລກປ່ຽນເນື້ອໃນການຮ່ວມມືໃນຂອບເຂດໂຄງການຄົ້ນຄ້ວາລວມໃນຂົງເຂດພະຍາດຕິດແປດ. ທີ່ກອງປະຊຸມສຳມະນາ, ທ່ານ ເລແທງບີງ, ຮອງຫົວຫນ້າກົມຮ່ວມມືສາກົນ, ສັງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເນັ້ນຫນັກວ່າ: ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດນັບແຕ່ປີ 2010 ແລະ ຫນຶ່ງໃນບັນດາເນື້ອໃນຜັນຂະຫຍາຍ ນັ້ນແມ່ນ ຍູ້ແຮງການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ. ທີ່ກອງປະຊຸມສຳມະນາ, ທ່ານ Andrew Holt, ເລຂາທີຫນຶ່ງ ສະຖານທູດລາຊະອານາຈັກ ອັງກິດ ປະຈຳ ຮ່າໂນ້ຍ ຢືນຢັນວ່າ: ລາຊະອານາຈັກອັງກິດ ມີຄວາມສາມາດໃຫຍ່ຫລວງ, ບົດຮຽນໃນຂົງເຂດພະຍາດຕິດແປດ, ສະນັ້ນ ລາຊະອານາຈັກ ອັງກິດ ພ້ອມແລ້ວ ແບ່ງປັນບັນດາບົດຮຽນກັບບັນດາຜູ້ຊ່ຽວຊານ, ນັກຄົ້ນຄ້ວາຂອງຫວຽດນາມ.