ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພປະກາຍລັງສີແລະນິວເຄຼຍ
(ພາບປະກອບຈາກ Vũ Sinh/TTXVN)
(vovworld) – ໃນຂອບເຂດໜ້າທີ່ຮ່ວມມືສາກົນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ, ວັນທີ 25/11, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາ “ການຄຸ້ມຄອງແຫ່ງລັດກ່ຽວກັບຄວາມປອດໄພດ້ານປະກາຍລັງສີ ແລະ ນິວເຄຼຍ”. ທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເຈີ່ນວຽດແທງ, ເນັ້ນໜັກວ່າ: ດ້ວຍບົດບາດແມ່ນສະມາຊິກຂອງອົງການພະລັງງານປະລະມານູສາກົນ (IAEA), ຫວຽດນາມ ປາດຖະໜາຢາກແບ່ງປັນບົດຮຽນຂອງຕົນເພື່ອໜູນຊ່ວຍລາວ ປະຕິບັດສຳເລັດພື້ນຖານໂຄງລ່າງນິຕິກຳກ່ຽວກັບຄວາມປອດໄພດ້ານປະກາຍລັງສີ ແລະ ນິວເຄຼຍ ໂດຍໄວ, ຝ່າຍ ຫວຽດນາມ ກໍ່ແບ່ງປັນບັນດານະໂຍບາຍ, ລະບົບເອກະສານ, ນີຕິກຳ ແລະ ຍຸດທະສາດແຫ່ງຊາດກ່ຽວກັບຄວາມປອດໄພດ້ານປະກາຍລັງສີ ແລະ ນິວເຄຼຍຂອງ ຫວຽດນາມ, ພ້ອມທັງແນະນຳບັນດາການນຳໃຊ້ພະລັງງານປະລະມານູພວມໄດ້ຮັບການຂຸດຄົ້ນ, ນຳໃຊ້ຢູ່ ຫວຽດນາມ.
ສ່ວນຝ່າຍລາວ, ທ່ານ ສຸລິອູດົງ ສູນດາລາ, ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ລາວ ຕີລາຄາສູງການໜູນຊ່ວຍຂອງ ຫວຽດນາມ ໃນການຮ່ວມມືສ້າງເອກະສານນິຕິກຳ ກ່ຽວກັບຄວາມປອດໄພດ້ານປະກາຍລັງສີ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ການກໍ່ສ້າງພື້ນຖານໂຄງລ່າງ, ເຕັກນິກ, ກວດກາແຫຼ່ງກຳມັນຕະພາບລັງສີປະຈຸບັນຢູ່ລາວ. ທ່ານ ສຸລິອູດົງ ສູນດາລາ ເນັ້ນໜັກບົດບາດສຳຄັນຂອງເລື່ອງພັດທະນາແຫຼ່ງພະລັງງານປະກາຍລັງສີ, ນອກຈາກຈຸດປະສົງສັນຕິພາບ, ລາວ ຕ້ອງນຳໃຊ້ພະລັງງານປະລະມານູເພື່ອພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນເລື່ອງນຳໃຊ້ໃນຂົງເຂດຂຸດຄົ້ນບໍ່ແຮ່.