ຫວຽດນາມແລະອີນໂດເນເຊຍສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າອາຊຽນ

(VOVWORLD) -ເນື່ອງໃນໂອກາດສິ້ນສຸດອາຍຸການເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳອີນໂດເນເຊຍ ແລະ ມາຮັບດຳລົງຕຳແໜ່ງໃໝ່ເປັນຮອງເລຂາທິການໃຫຍ່ອາຊຽນ

ຫວຽດນາມແລະອີນໂດເນເຊຍສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າອາຊຽນ - ảnh 1 ທ່ານເອກອັກຄະລັດຖະທູດ ຮ່ວາງແອງຕ໋ວນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ

ແລະ ກະຊວງການຕ່າງປະເທດ ອີນໂດເນເຊຍ, ກະໂຕທ່ານນາງລັດຖະມົນຕີ Retno Marsudi

(ພາບ: Vietnam+)

ວັນທີ 16 ມັງກອນ, ທ່ານ ຮ່ວາງແອງຕ໋ວນ ໄດ້ມີການພົບປະກັບທ່ານນາງລັດຖະມົນຕີການຕ່າງປະເທດອີນໂດເນເຊຍ Retno Marsudi, ພ້ອມທັງໄດ້ມີການຕ້ອນຮັບ, ອຳລາຄະນະທູຕານຸທູດ ແລະ ເພື່ອນມິດ, ບັນດາຄູ່ຮ່ວມມືຢູ່ ອີນໂດເນເຊຍ.

        ໃນບັນດາການພົບປະ, ທ່ານເອກອັກຄະລັດຖະທູດ ຮ່ວາງແອງຕ໋ວນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ກະຊວງການຕ່າງປະເທດ ອີນໂດເນເຊຍ, ກະໂຕທ່ານນາງລັດຖະມົນຕີ Retno Marsudi; ຂອບໃຈບັນດາທ່ານເອກອັກຄະລັດຖະທູດໃນຄະນະທຸຕານຸທູດ, ເພື່ອນມິດ ແລະ ບັນດາຄູ່ຮ່ວມມືທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ວຽກງານການທູດຂອງຕົນຢູ່ອີນໂດເນເຊຍ ເປັນຢ່າງດີ. ທ່ານ ຮ່ວາງແອງຕ໋ວນ ຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນ ໃນຖານະຕຳແໜ່ງໃໝ່ ເປັນຮອງເລຂາທິການໃຫຍ່ອາຊຽນ ເພື່ອແນໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຢ່າງມີປະສິດທິຜົນຂອງອາຊຽນ, ເພື່ອໃຫ້ອາຊຽນ ແມ່ນອົງການຮ່ວມມືຢ່າງແທດຈິງ, ຖືປະຊາຊົນເປັນໃຈກາງ ແລະ ເພື່ອການພັດທະນາ, ຄວາມວັດທະນາຖາວອນຂອງແຕ່ລະປະເທດສະມາຊິກ, ກໍຄືຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ