ຫວຽດນາມໄດ້ຜ່າຕັດປ່ຽນໝາກໄຂ່ຫຼັງຈາກຜູ້ບໍລິຈາກທີ່ຖືກສະໝອງຕາຍຢ່າງສຳເລັດຜົນ

(VOVWORLD) -ວັນທີ 24 ທັນວາ, ໂຮງໝໍເດັກເລກ 2 ນະຄອນໂຮ່ຈິມິນໃຫ້ຮູ້ວ່າ  ຫາກໍສົມທົບກັບໂຮງໝໍຫວຽດນາມ-ເຢຍລະມັນ(ຮ່າໂນ້ຍ), ໂຮງໝໍເຈິໄຣ້(ນະຄອນໂຮ່ຈິມິນ) ດຳເນີນການຜ່າຕັດປ່ຽນໝາກໄຂ່ຫຼັງໃຫ້ແກ່ເດັກຖືກພະຍາດໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍຈາກຜູ້ບໍລິຈາກທີ່ຖືກສະໝອງຕາຍ
ຫວຽດນາມໄດ້ຜ່າຕັດປ່ຽນໝາກໄຂ່ຫຼັງຈາກຜູ້ບໍລິຈາກທີ່ຖືກສະໝອງຕາຍຢ່າງສຳເລັດຜົນ - ảnh 1ອາການສຸຂະພາບຂອງຄົນເຈັບໄດ້ກັບຄືນສູ່ປົກກະຕິ 

ການຜ່າຕັດໝາກໄຂ່ຫຼັງ ໄດ້ດຳເນີນຢ່າງປະສົບຜົນສຳເລັດ. ຮອດວັນທີ 24 ທັນວາ, ອາການສຸຂະພາບຂອງຄົນເຈັບໄດ້ກັບຄືນສູ່ປົກກະຕິ.

    ໃນວັນທີ 24 ທັນວາ, ໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ ໄດ້ຈັດກອງປະຊຸມກັບນັກຂ່າວກ່ຽວກັບກໍລະນີຜ່າຕັດປ່ຽນປອດໃຫ້ແກ່ຄົນເຈັບໄວ 17 ປີ ຢູ່ແຂວງຫາຍເຢືອງ ຍ້ອນຖືກຕິດໂລກມະເຮັງປອດ, ພາຍຫຼັງດຳເນີນ ຜ່າຕັດປ່ຽນປອດເປັນເວລາ 10 ວັນ, ອາການສຸຂະພາບຂອງຄົນເຈັບໄດ້ກັບຄືນສູ່ປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ