ຫວຽດນາມໄດ້ຮັບເຊື້ອເຊີນເຂົ້າຮ່ວມກອງປະຊຸມG7ເປີດກ້ວາງຢູ່ຍີ່ປຸ່ນ

ຫວຽດນາມໄດ້ຮັບເຊື້ອເຊີນເຂົ້າຮ່ວມກອງປະຊຸມG7ເປີດກ້ວາງຢູ່ຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) – ​ ​ວັນ​ທີ 07/04 ໜັງສືພິມ Yomiuri ຂອງ ຍີ່ປຸ່ນ ​ໃຫ້​ຂ່າວ​ວ່າ ຫວຽດນາມ ຈະ​ແມ່ນ​ໜຶ່ງ​ໃນ 7 ປະ​​ເທດ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ເຂົ້າຮ່ວມ​ກອງ​ປະຊຸມ​ກຸ່ມ​ບັນດາ​ປະ​ເທດ​ພັດທະນາ (G7) ​ເຊິ່ງຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 26 – 27/05 ຢູ່​ແຂວງ Mie ຂອງ ຍີ່ປຸ່ນ. ຕາມ​ປົກກະຕິ​ແລ້ວ ປະ​ເທດທີ່​ເປັນ​ປະທານ​ກອງ​ປະຊຸມ G7 ນອກ​ຈາກເລື່ອງ​ເຊີນ 7 ປະ​ເທດ​ທີ່​ຂຶ້ນກັບ​ກຸ່ມ​ແລ້ວ ຍັງ​ມີ​ເຊີນ​ບັນດາ​ອົງການ​ສາກົນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປີດ​ກ້ວາງ. ຕາມ​ນັ້ນ​ແລ້ວ, ນອກ​ຈາກ ຫວຽດນາມ ຈະ​ມີ ລາວ, ອິນ​ໂດ​ເນ​ເຊຍ, ບັງ​ກະລາ​ເທດ, ສີ​ລັງກາ, ປາ​ປົວ​ນິວກີ​ເນ. ສາທາລະນະ​ລັກ Tchad ​ແມ່ນ​ປະ​ເທດ​ອາ​ຟຣິກາ​ໜຶ່ງ​ດຽວ​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປີດ​ກ້ວາງ​ດັ່ງ​ກ່າວ. ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດທີ່​ກອງ​ປະຊຸມ G7 ​ເຊີນ​ບັນດາ​ປະ​ເທດ​ ​ບໍ່​ຂຶ້ນ​ກັບ​ກຸ່ມ​ບັນດາ​ປະ​ເທດ​ພັດທະນາ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ປະ​ເທດ​ເຈົ້າພາບ ມີ​ສິດ​ຕັດສິນ​ເຊີນ​ບັນດາ​ປະ​ເທດ ທີ່​ຕົນ​ຢາກ​ເຊີນ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ