ຫວຽນດາມ ແລະ ໂອມານຊຸກຍູ້ການພົວພັນ 2 ຝ່າຍໃນທຸກຂົງເຂດ
(vovworld)- ຕອນບ່າຍວັນທີ 27/1, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ໂອມານຄົນໃໝ່ປະຈຳຫວຽດນາມ ທ່ານ Sultan Hilal Al Mahruqi ເນື່ອງໃນໂອກາດທ່ານມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະແດງຄວາມຫວັງວ່າ ຫວຽດນາມ ແລະ ໂອມານ ເພີ່ມທະວີການຮ່ວມມືທາງດ້ານການເມືອງ, ການທູດ, ສະໜັບສະໜູນຊຶ່ງກັນແລະກັນໃນເວທີ່ປາໄສ ແລະ ອົງການຈັດຕັ້ງສາກົນ; ຍູ້ແຮງການຮ່ວມມືໃນທຸກຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.
ສ່ວນ ເອກອັກຄະລັດຖະທູດ ໂອມານຄົນໃໝ່ປະຈຳຫວຽດນາມ ທ່ານ Sultan Hilal Al Mahruqi ໂອມານໃຫ້ຮູ້ວາ່ ໂອມານພ້ອມແລ້ວເປັນຂົວເຊື່ອມຕໍ່ເພື່ອໃຫ້ຫວຽດນາມຊຸກຍູ້ການຮ່ວມມືກັບບັນດາປະເທດໃນພາກພື້ນ. ເອກອັກຄະລັດຖະມູດ ໂອມານຄົນໃໝ່ປະຈຳຫວຽດນາມ ທ່ານ Sultan Hilal Al Mahruqi ຍັງສະເໜີ້ ຫວຽດນາມຮັບຮອງກົນໄກຄະນະກຳມາທິການລະຫວ່າງລັດຖະບານ ເພື່ອນຳສະເໜີຂົງເຂດຮ່ວມມືໃໝ່, ໜູນຊ່ວຍວິສາຫະກິດຂອງ 2 ປະເທດ.