ຫົວໜ້າຄະນະຂົນຂວາຍ ປຊຊ ສູນກາງ ເຮັດວຽກຢູ່ແຂວງ ຕວຽນກວາງ

ຫົວໜ້າຄະນະຂົນຂວາຍ ປຊຊ ສູນກາງ ເຮັດວຽກຢູ່ແຂວງ ຕວຽນກວາງ - ảnh 1

(ພາບ:baotuyenquang.com.vn)

(vovworld)- ​​​ວັນ​ທີ 8/7, ​    ທ່ານ​ນາງ​ຮ່າ​ທິຄຽດ-ຫົວໜ້າຄະນະ​ຂົນຂວາຍ ປຊຊ ສູນ​ກາງ ​​ໄດ້ໄປ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຕວຽນ​ກວາງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຮ່າ​ທິຄຽດ ສະ​ເໜີ​ໃຫ້​ແຂວງ​ຕວຽນ​ກວາງ ຈົ່ງ​ປະຕິບັດ​ວຽກ​ງານ​ໂຄສະນາ, ສຶກສາ​ອົບຮົມ​ເປັນ​ປະຈຳ​ເພື່ອ​ໃຫ້ ປຊຊ ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ສາສະໜາຢ່າງ​ຈະ​ແຈ້ງ ຈາກ​ນັ້ນມີ​ຄວາມ​ຕື່ນຕົວ​ປະຕິບັດ. ທ່ານ​ນາງ​ຮ່າ​ທິຄຽດ-ຫົວໜ້າ​ຄະນະຂົນຂວາຍ ປຊຊ ສູນ​ກາງ ກໍ່​ຮຽກຮ້ອງ​ລະບົບ​ຂົນຂວາຍ ປຊຊ ​ແລະ ຜູ້ປະຕິບັດ​ວຽກ​ງານ​ຂົນຂວາຍ ປຊຊ ຂອງ​ແຂວງຕວຽນ​ກວາງ ຈົ່ງ​ເພີ່ມ​ທະວີ​ການ​ຕິດ​ພັນ​ກັບ​ຮາກ​ຖານ, ​ໃກ້ຊິດກັບ ປຊຊ, ປ່ຽນ​ໃໝ່​ວິທີ​ຂົນຂວາຍ ປຊຊ ຢ່າງ​ແຮງ​ກ່ວາ​ອີກ ​ເພື່ອ​ນຳ​ແຜນ​ນະ​ໂຍບາຍ, ນະ​ໂຍາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ເຖິງ ປຊຊ ຢ່າງ​ໄວວາ, ຖອດ​ຖອນ​ບົດຮຽນ​ເປັນ​ປະ​ຈຳ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຂົນຂວາຍ ປຊຊ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່.

 

 

 

 

ຂ່າວ/ບົດ​ອື່ນ