ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກແຂວງຫວີງຟຸກ

(VOVWORLD) - ຢູ່ຕາແສງ, ດ້າວຈູ່, ເມືອງຕາມດ໊າວ, ທ່ານນາງ ເຈືອງທິມາຍ, ຕາງໜ້າໃຫ້ກອງທຶນອຸປະກະລະເດັກນ້ອຍ ຫວຽດນາມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກແຂວງຫວີງຟຸກ - ảnh 1 ທ່ານນາງ ເຈືອງທິມາຍ ມອບນ້ຳນົມໃຫ້ເດັກນ້ອຍຢູ່ແຂວງ ຫວີງຟຸກ

ວັນທີ 17 ກັນຍາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ພ້ອມກັບຜູ້ຕາງໜ້າກອງທຶນນ້ຳນົມ “ເພື່ອການເຕີບໃຫຍ່ຂອງເດັກ ຫວຽດນາມ” ໄດ້ມອບທຶນການສຶກສາ 100 ທຶນ ແລະ ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກນ້ອຍ 100 ຄົນເຊິ່ງເປັນລູກຫຼານຂອງບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງຫວີງຟຸກ.

        ຢູ່ຕາແສງ, ດ້າວຈູ່, ເມືອງຕາມດ໊າວ, ທ່ານນາງ ເຈືອງທິມາຍ, ຕາງໜ້າໃຫ້ກອງທຶນອຸປະກະລະເດັກນ້ອຍ ຫວຽດນາມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ບໍລິສັດ Vinamilk ແລະ ກອງທຶນນ້ຳນົມ ຫວຽດນາມ ໄດ້ມອບນ້ຳນົມ 66.000 ຈອກ (ມີມູນຄ່າ 430 ລ້ານດົ່ງ) ໃຫ້ແກ່ນັກຮຽນຂັ້ນປະຖົມຂອງແຂວງ ຫວີງຟຸກ 700 ຄົນ.

        ເນື່ອງໃນໂອກາດນີ້, ທະນາຄານການຄ້າຫຸ້ນສ່ວນພັດທະນານະຄອນໂຮ່ຈີມິນ (ສາຂາ ຫວີງຟຸກ) ໄດ້ມອບທຶນການສຶກສາທີ່ມີມູນຄ່າ 100 ລ້ານດົ່ງໃຫ້ແກ່ນັກຮຽນທຸກຍາກໃນບໍລິເວນແຂວງຫວີງຟຸກ. ສູນໃຫ້ຄຳປຶກສາໂພສະນາການ Vinamilk ໄດ້ຈັດຕັ້ງການກວດ, ໃຫ້ຄຳປຶກສາສຸຂະພາບໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນປະຖົມເມືອງຕາມດ໊າວ 700 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ