(vovworld) – ທີ່ການຕ້ອນຮັບປະທານຄະນະປະທານຄະນະບໍລິຫານງານສູນກາງພັກ ກອມມູນິດ ຍີ່ປຸ່ນ Shii Kazuo, ພວມຢູ້ຢ້ຽມຢາມ ຫວຽດນາມ, ໃນຕອນບ່າຍວັນທີ 24/9, ທ່ານ ໂຕຮູຍເຣື໋ຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານ ກຸ່ມສະມາຊິກສະພາແຫ່ງຊາດ ຫວຽດນາມ - ຍີ່ປຸ່ນ, ເນັ້ນໜັກວ່າການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະດີງານທີ່ສຸດ. ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຍີ່ປຸ່ນ ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາ. ກ່ຽວກັບການພົວພັນລະຫວ່າງ 2 ພັກ, ທ່ານ ໂຕຮູຍເຣື໋ຍ ຕີລາຄາສູງໝາກຜົນຂອງການແລກປ່ຽນທິດສະດີລະຫວ່າງ 2 ພັກຄັ້ງຕ່າງໆ, ເຊື່ອໝັ້ນວ່າບັນດາການແລກປ່ຽນທິດສະດີ ແລະ ບົດຮຽນພຶດຕິກຳຕົວຈິງບໍ່ພຽງແຕ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ພັກເທົ່ານັ້ນ, ຫາກຍັງເຮັດໃຫ້ບົດຮຽນ ແລະ ທິດສະດີຂອງແຕ່ລະພັກອຸດົມສົມບູນອີກດ້ວຍ. ສ່ວນທ່ານ Shii Kazuo, ຢືນຢັນພັກກອມມູນິດ ຍີ່ປຸ່ນ ສະໜັບສະໜູນ ແລະ ເຂົ້າຮ່ວມພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຢ່າງຕັ້ງໜ້າ, ມານະພະຍາຍາມເຄື່ອນໄຫວເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ.
ໃນໄລຍະຢູ່ຢ້ຽມຢາມ ຢູ່ ຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຍີ່ປຸ່ນ ໄດ້ເຮັດວຽກກັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ. ຄະນະກໍ່ໄດ້ໄປຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ນະຄອນຫຼວງ ຮ່າໂນ້ຍ.