ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫວີງລອງ

(VOVWORLD) - ໃນຕອນບ່າຍວັນທີ 1 ກຸມພາ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫວີງລອງ.
ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫວີງລອງ - ảnh 1 ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫວີງລອງ

ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງ ຫວີງລອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ຕີລາຄາສູງຄວາມມານະພະຍາຍາມຂອງອົງການໃນການປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງທ້ອງຖິ່ນ ແລະ ປະຕິບັດຫຼາຍລາຍການຮັບປະກັນຊີວິດສັງຄົມ. ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງສະເໜີວ່າ:

        “ພວກເຮົາບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຊົມໃຊ້ເທົ່ານັ້ນ, ຫາກຍັງມີບົດບາດສຳຄັນໜຶ່ງອີກນັ້ນແມ່ນກຳນົດທິດ, ຊັກຈູງຄວາມຕ້ອງການຊົມໃຊ້ຂອງມະຫາຊົນອີກດ້ວຍ. ນີ້ແມ່ນວຽກງານສຳຄັນທີ່ສຸດ ແລະກໍ່ແມ່ນຄວາມຮຽກຮ້ອງຖ້າຫາກວ່າບໍ່ມີຄຸນນະທາດຢ່າງພຽງພໍ ບາງເທື່ອພວກເຮົາບໍ່ສາມາດ ຜ່ານຜ່າໄດ້, ຫາກພວກເຮົາພຽງແຕ່ຕອບສະໜອງຄວາມຕ້ອງການຊົມໃຊ້ໄດ້ເທົ່ານັ້ນ. ແຕ່ດ້ວຍລັກສະນະຊັກຈູງກຳນົດທິດພວກເຮົາຈະຕ້ອງ ປະຕິບັດໜ້າທີ່ນີ້, ສະນັ້ນຈຶ່ງຮຽກຮ້ອງຕ້ອງ ຍົກສູງຄຸນນະພາບລາຍການ”

ຕອບກັບ

ຂ່າວ/ບົດ​ອື່ນ