ຫ້ອງວ່າການສຳນັກງານປະທານປະເທດປະກາດບັນດາກົດໝາຍທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ

ຫ້ອງວ່າການສຳນັກງານປະທານປະເທດປະກາດບັນດາກົດໝາຍທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ - ảnh 1
​(ການ​ປະ​ຊຸມ​ຂ່າວ​ປະ​ກາດ​ລັດຖະກຳລັດຂອງ​ປ​ະ​ທານ​ປະ​ເທດ)

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 12/12, ທີ່​ສ​ຳ​ນັກ​ງານ​ປະ​ທານ​ປະ​ເທດ, ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ລັດຖະກຳລັດຂອງ​ປ​ະ​ທານ​ປະ​ເທດ ປະ​ກາດ​ກົດ​ໝາຍ 8 ສະ​ບັບ​ທີ່​ໄດ້​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13. ໃນ​ນັ້ນ​ມີ: ກົດ​ໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ຄົວ​, ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຄຳຕັດສິນຂອງສານສຳລັບຄະດີແພ່ງ, ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍອາກອນຈຳໜ່າຍ​ພິ​ເສດ, ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີອາກອນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ວິ​ສາ​ຫະ​ກິດ...

       ກ່ຽວກັບ​ບາງ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ຄົວ, ທ່ານ ຫງວຽນ​ແຄ໋ງງອກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ, ໃຫ້​ຮູ້​ວ່າ:

        “ຫຼາຍເນື້ອ​ໃນ​ກຳ​ນົດ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ຄົວ​​ມີ​ລັກ​ສະ​ນະ​ແທດ​ຈິງ, ພ້ອມ​ທັງ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ. ກົດ​ໝາຍ​ໄດ້ເຊີດຊູ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ສອອກໃບຢັ້ງຢືນການ​ເກີດ, ຄຽງ​ຄູ່​ກັນ​ນັ້ນກໍ່ສະ​ໜອງ​ລະຫັດສ່ວນຕົວ. ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ຈະ​ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ຂັ້ນຕອນ, ລຳດັບ ແລະ ລະ​ບຽບ​ການອອກລະຫັດ​ດັ່ງ​ກ່​າວ”

ຂ່າວ/ບົດ​ອື່ນ