ຫາຍຝ່ອງ ຊຸກຍູ້ການຜັນຂະຫຍາຍແຜນຮ່າງເສດຖະກິດ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນ
(VOVWORLD) - ຕອນເຊົ້າວັນທີ 5 ສິງຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງແບບທາງໄກ ພາຍຫຼັງກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ XV, ໄດ້ດຳເນີນຈາກສຳນັກງານສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການພົບປະ |
ໂດຍຮັບຄຳເຫັນຂອງຜູ້ມີສິດເລືອກຕັ້ງ ແລະ ແລກປ່ຽນໂດຍກົງ, ຕອບບາງບັນຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ອຳນາດການປົກຄອງນະຄອນ ສ້າງບັນດາແຜນຮ່າງກ່ຽວກັບກົນໄກນະໂຍບາຍພິເສດ ໃຫ້ແກ່ນະຄອນໂດຍໄວ, ສ້າງອຳນາດການປົກຄອງຕົວເມືອງ, ກົນໄກພິເສດທາງດ້ານການເງິນ ງົບປະມານ, ວາງແຜນກຳນົດ, ຄຸ້ມຄອງທີ່ດິນ… ສະເໜີກ່ຽວກັບອັດຕາດັດສົມງົບປະມານ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ພິຈາລະນາບັນດາກົນໄກລະດົມເພີ່ມລາຍຮັບໃຫ້ແກ່ງົບປະມານ, ເພີ່ມທະວີລາຍຈ່າຍໃຫ້ແກ່ການລົງທຶນພັດທະນາ, ບູລະນະບັນດາການວາງແຜນກຳນົດຂອງນະຄອນ… ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ, ຄະນະຜູ້ແທນ ສະພາແຫ່ງຊາດນະຄອນ ຈະຕິດຕາມບັນດາການເຄື່ອນໄຫວ, ເສີມຂະຫຍາຍບົດບາດຕິດຕາມເພື່ອຊຸກຍູ້ການຜັນຂະຫຍາຍປະຕິບັດ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນ.