ອັງກິດຢັ້ງຢືນຄືນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືດ້ານການຄ້າກັບຫວຽດນາມ

(VOVWORLD) -ວັນທີ 4 ທັນວາ, ທ່ານລັດຖະມົນຕີ ກະຊວງການຄ້າສາກົນ ລາຊະອານາຈັກ ອັງກິດ Liam Fox ຢັ້ງຢືນຄືນຄຳໝັ້ນສັນຍາຂອງລັດຖະບານ ອັງກິດ ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານການຄ້າກັບຫວຽດນາມໃນໄລຍະຈະມາເຖິງ. 

ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໂດຍທ່ານ ເຈີນຕວນແອງ ລັດຖະມົນຕີກະຊວງດັ່ງກ່າວນຳຫນ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ອັງກິດ ໃນວັນທີ 4-5 ທັນວາ. ທ່ານ Liam Fox, ລັດຖະມົນຕີກະຊວງການຄ້າສາກົນ ອັງກິດ ຖືວ່າ ສອງຝ່າຍຄວນຊຸກຍູ້ການປະຕິບັດບັນດາມາດຕະການ ແລະ ຂໍ້ລິເລີ່ມໃຫມ່ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານການຄ້າສອງຝ່າຍ. ອັງກິດ ຍາມໃດກໍຖືຫວຽດນາມແມ່ນຄູ່ຮ່ວມມືດ້ານການຄ້າສຳຄັນ, ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືຫລາຍດ້ານກັບຫວຽດນາມ.

ສ່ວນທ່ານ ເຈີນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ຢືນຢັນ: ຫວຽດນາມ ຖືເປັນສຳຄັນການພົວພັນຍຸດທະສາດຫລາຍດ້ານກັບລາຊະອານາຈັກ ອັງກິດ ແລະ ຍາມໃດກໍ່ມານະພະຍາມຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມື. ສອງຝ່າຍຈະເພີ່ມທະວີການພົວພັນດ້ານການຄ້າກ່ຽວກັບສິນຄ້າ ແລະ ການບໍລິການກໍ່ຄືການລົງທຶນກວ່າອີກ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຂອງແຕ່ລະປະເທດ ແລະ ພັດທະນາການພົວພັນຮ່ວມມືສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ