ອົງການຕົ້ນໄມ້ສັນຕິພາບຫວຽດນາມ ສືບຕໍໜູນຊ່ວຍໂຄງເກັບກູ້ລູກລະບໍ່ທັນແຕກ

ອົງການຕົ້ນໄມ້ສັນຕິພາບຫວຽດນາມ ສືບຕໍໜູນຊ່ວຍໂຄງເກັບກູ້ລູກລະບໍ່ທັນແຕກ - ảnh 1

ທ່ານປະທານຫວູຊວນຮົ່ງໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂອງ​ອົງການ ຕົ້ນ​ໄມ້​ສັນຕິພາບ​ຫວຽດນາມ
(ພາບ: cpv.org.vn)

(vovworld) - ວັນ​ທີ 8/3, ຢູ່​ຮ່າ​ໂນ້ຍ, ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂອງ​ອົງການ ຕົ້ນ​ໄມ້​ສັນຕິພາບ​ຫວຽດນາມ ​ໂດຍ​ທ່ານ​ນາງ Jerilyn Brusseau, ​ເຊິ່ງ​ແມ່ນຜູ້​ຮ່ວມ​ສ້າງ​ຕັ້ງ​ອົງການ​ນຳ​ໜ້າ​ພວມ​ຢູ່​ຢ້ຽມຢາມ ​ແລະ ​​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ຫວູຊວນ​ຮົ່ງ ​ໄດ້ຊົມ​ເຊີຍ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ ສະມາຊິກ​ອົງການ​ຕົ້ນ​​ໄມ້ສັນຕິພາບ​ຫວຽດນາມ 18 ຄົນ, ລວມມີ​ບັນດາ​ທະຫານ​ຜ່ານ​ເສີກ​ອາ​ເມ​ລິ​ກາ, ທ່ານ​ປະທານ ຫວູຊວນ​ຮົ່ງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ​້າຂອງ​ອົງການ​ໃນ​ການ​​ເກັບ​ກູ້​ລູກ​ລະ​ເບີດ​ບໍ່​ທັນ​ແຕກຢູ່ນະຄອນ ດົງ​ຮ່າ, ​​ແຂວງ​ກວາງ​ຈີ້​ໃນ​ໄລຍະ​ຜ່ານ​ມາ.  ທ່ານ​ປະທານ​ຫວູຊວງ​ຮົ່ງ ສະ​ແດງ​ຄວາມ​ຫວັງ​ວ່າ: ​ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ຈະ​ສືບ​ຕໍ​ຊອກ​ຮູ້ສະພາບ​ຕົວ​ຈິງ​ຢູ່​ຫວຽດນາມ, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ປະຊາຊົນ 2 ປະ​ເທດ, ພ້ອມ​ກັບ​​ເລື່ອງຫວຽດນາມ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ຜິດ​ສີ​ສົ້ມ ດີ​ໂອ​ຊິນ.

ຂ່າວ/ບົດ​ອື່ນ