ອົງການຜູ້ຕາງໜ້າຢູ່ຕ່າງປະເທດສືບຕໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ພາລະກິດການທູດຂອງປະເທດຊາດ

(VOVWORLD) -ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຈະປະຕິບັດສຳເລັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.

ອົງການຜູ້ຕາງໜ້າຢູ່ຕ່າງປະເທດສືບຕໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ພາລະກິດການທູດຂອງປະເທດຊາດ - ảnh 1 ທ່ານນາງ ເຈືອງທິມາຍ ຕ້ອນຮັບບັນດາທ່ານຫົວໜ້າອົການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ

(ພາບ: baoquocte.vn)

ຕອນບ່າຍວັນທີ 07 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບບັນດາທ່ານຫົວໜ້າອົການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2020. ອວຍພອນບັນດາທ່ານຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ, ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຈະປະຕິບັດສຳເລັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.

        ເຫັນດີຕໍ່ບັນດາຄຳເຫັນປະກອບຂອງບັນດາທ່ານຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ທ່ານນາງ ເຈືອງທິມາຍ, ຖືວ່າ.

        “ທັດສະນະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມຊາວຫວຽດນາມ ໄດ້, ແມ່ນກຳລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ແມ່ນແຫຼ່ງກຳລັງ. ການຂົນຂວາຍແມ່ນມີຄວາມສຳຄັນທີ່ສຸດ ແລະ ບັນດາສະຖານທູດຕ້ອງມີກຳລັງແກ່ນສານ ແລະ ກຳລັງນີ້ຈະແຜ່ຂະຫຍາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບົດຮຽນຂອງຕົນ ບັນດາເອກອັກຄະລັດຖະທູດຈະມີວີທີການເຮັດວຽກທີ່ດີເພື່ອເຮັດໃຫ້ວຽກງານຂົນຂວາຍປະຊາຊົນມີຄວາມເໝາະສົມກັບແຕ່ລະບໍລິເວນທີ່ແຕກຕ່າງກັນ.”

ຕອບກັບ

ຂ່າວ/ບົດ​ອື່ນ