ອົງການໄອຍະການປະຊາຊົນສູງສຸດຜັນຂະຫຍາຍການປະຕິບັດລັດຖະທຳມະນູນ2013

ອົງການໄອຍະການປະຊາຊົນສູງສຸດຜັນຂະຫຍາຍການປະຕິບັດລັດຖະທຳມະນູນ2013 - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າວັນ​ທີ 27/2, ອົງການ​ໄອຍະ​ການ​ປະຊາຊົນ​ສູງ​ສຸດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄື​ອຂ່າຍ ອິນ​​ເຕີ​ເນັດ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປະ​ເທດ ສະ​ທາ​ລະ​ນາ​ລັດ ສັງຄົມ​ນິຍົມ ຫວຽດນາມ. ກອງ​ປະຊຸມ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກ​ງານ, ລັດຖະກອນ​ທັງໝົດຂອງ​ອົງການ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ 63 ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

    ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ກັບ​ບັນດາ​ຈຸດ​ໃໝ່​​ໂດຍ​ສັງ​ເຂບຂອງ​ລັດຖະທຳ​ມະນູນ ສ.ສ ຫວຽດນາມ ​ທີ່​ສະພາ​ແຫ່ງ​ຊາດ​​ໄດ້ຮັບ​ຮອງ​ເອົາ​​ໃນ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຜ່ານ​ມາ. ບັນ​ດາ​ຄຳ​ເຫັນ​ປະກອບ​ຂອງຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢັ້ງຢືນ​ວ່າ: ບັນດາ​ການ​ປັບປຸງ​ຢ່າງ​ຕັ້ງໜ້າ​ຂອງ​ລັດຖະທຳ​ມະນູນ​ໃນ​ຂົງ​ເຂດ​ຕຸລາການ​ເພື່ອ​ຍົກ​ສູງ​ບົດບາດ​ໜ້າ​ທີ່​ຂອງ​ຂະ​ແໜງ​​ໄອ​ຍະ​ການ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່. ບັນດາຈຸດ​ໃໝ່​ນີ້​ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ໂຄສະນາ, ​ເຜີຍ​ແຜ່​ເພື່ອ​ແນ​ໃສ່​ເຮັດ​​ໃຫ້ຄວາມ​ຮັບຜິດຊອບຂອງ​ທົ່ວ​ຂະ​ແໜງ​​ໄອ​ຍະ​ການປ່ຽນ​​ແປງ ​ເພື່ອ​ປະຕິບັດ​ການ​ຮັບປະກັນ ​ແລະ ປົກ​ປ້ອງສິດທິ​ມະນຸດ​ເປັນ​ຢ່າງ​ດີ.

    ​ເພື່ອ​ໃຫ້​ລັດຖະທຳ​ມະນູນ​ກ້າວ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ​ພວມ​ໂຄສະນາ​ເຜີຍ​ແຜ່​ບັນດາ​ຈຸດ​ໃໝ່​ຂອງ​ລັດຖະທຳ​ມະນູນ​ໃນ​ທົ່ວ​ຂະ​ແໜງ​ຢ່າງ​ຮີບ​ດ່ວນ, ພ້ອມ​ທັງ​ກວດກາ​ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ ​ແລະ ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ຂະ​ແໜງ​ການ​ສ້າງ​ເອກະສານ​ແນະນຳ​ການປະຕິບັດ.

ຂ່າວ/ບົດ​ອື່ນ