ອັດກອງປະຊຸມຄັ້ງທີ 5 ຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 13

ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດຫວຽດນາມ​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 11/1 ຢູ່​ຮ່າ​ໂນ້ຍ. ກ່ອນ​ທີ່​ອັດ​ກອງ​ປະຊຸມ, ບັນດາ​ສະມາ​ຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງານ​ຕິດ​ຕາມ​ກວດກາ​ເລື່ອງ​ປະຕິບັດ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ເອກະສານ ນິຕິ​ກຳ​ຂອງ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ອອກ​ຮ່າງ​ມະຕິ​ກ່ຽວ​ກັບ​ໝາກຜົນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ຂອງ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ. ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ຕ້ອງ​ສືບ​ຕໍ່​ສ້າງ​ສຳ​ເລັດ​ມະຕິ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ​:

“ຂ​້າພະ​ເຈົ້າ​ສະ​ເໜີ​ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ພາກສ່ວນ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຮ່າງ​ກົດໝາຍ ຈົ່ງສຸມ​ໃສ່​ຊີ້​ນຳ​ເພື່ອ​ປະຕິບັດ​ວຽກ​ງານໃຫ້​ດີ​ກ່ວາ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ແລະ ບັນດາ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ​ອາຊີບ. ຫວັງ​ວ່າ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປະຕິບັດ​ດີ​ກ່ວາ, ມີຄຸນ​ນະພາ​ບສູງກ່ວາ, ກ່ອນ​ທີ່ຈະ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ”

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຮຽບຮຽງ​ກົດໝາຍ​ຮັບ​​ເອົາ​ຄຳ​ເຫັນ​ທີ່​ໄດ້​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ຄັ້ງ​ນີ້ ​ເພື່ອ​ເພີ່ມ​ເຕີມ, ດັບ​ປັບ, ຍືນ​ສະ​ເໜີ​ຕໍກອງ​ປະຊຸມ​ຄັ້ງ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ