ອັດກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຄັ້ງທີ 3

(VOVWORLD) - ກອງປະຊຸມໄດ້ຮັບຮອງເອົາບັນຊີລາຍຊື່ສຳຮອງຂອງບຸກຄະລາກອນການນຳລັດຖະບານ ເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 1 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດ XIII
ອັດກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຄັ້ງທີ 3  - ảnh 1 ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຄັ້ງທີ 3 ຊຸດທີ XIX

ວັນທີ 28 ກຸມພາ, ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຄັ້ງທີ 3 ຊຸດທີ XIX (ກອງປະຊຸມສູນກາງຄັ້ງທີ 3) ໄດ້ອອກແຈ້ງການສະຫລຸບກອງປະຊຸມທີ່ແກ່ຍາວເປັນເວລາ 3 ວັນແຕ່ວັນທີ 26 – 28 ກຸມພາ. ຕາມແຈ້ງການແລ້ວ, ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ. ກອງປະຊຸມໄດ້ຮັບຮອງເອົາບັນຊີລາຍຊື່ສຳຮອງຂອງບຸກຄະລາກອນການນຳລັດຖະບານ ເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 1 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດ XIII ແລະ ແຜນການບຸກຄະລາກອນການນຳກອງປະຊຸມສະພາປືກສາການເມືອງປະຊາຊົນແຫ່ງຊາດເພື່ອຍື່ນສະເໜີຕໍ່ສະພາປຶກສາການເມືອງປະຊາຊົນແຫ່ງຊາດຊຸດທີ XIII. ໃນວາລະປະຊຸມທຳອິດກອງປະຊຸມກໍ່ຕີລາຄາ ແລະ ຮັບຮອງເອົາຂໍ້ຕົກລົງກ່ຽວກັບການປະຕິຮູບທີ່ເລິກເຊິ່ງ ກ້ວາງຂວາງຂອງບັນດາອົງການພັກ ແລະ ລັດ, ກໍ່ຄືແຜນການປະຕິຮູບ. ລາຍລະອຽດສ່ວນໜຶ່ງຂອງແຜນການປະຕິຮູບນີ້ຈະໄດ້ຮັບການປະກາດໃນວາລະປະຊຸມຂອງ ສະພາຜູ້ແທນປະຊາຊົນແຫ່ງຊາດຈະມາເຖິງ.

        ກອງປະຊຸມສະໄໝສາມັນຄັ້ງທີ 1 ສະພາຜູ້ແທນປະຊາຊົນແຫ່ງຊາດ XIII ແລະ ກອງປະຊຸມຄັ້ງທີ 1 ສະພາປືກສາການເມືອງປະຊາຊົນແຫ່ງຊາດຊຸດທີ XIII ຄາດວ່າຈະໄຂຂຶ້ນໃນວັນທີ 5 ມີນາ ແລະ ວັນທີ 3 ມີນາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ