ພິທີອັດກອງປະຊຸມ
(vovworld) - ກອງປະຊຸມບັນດາອົງການຈັດຕັ້ງມິດຕະພາບປະຊາຊົນອາຊຽນ - ຈີນ ດ້ວຍຫົວຂໍ້ວ່າ ”ສາມັກຄີ, ມິດຕະພາບ, ຮ່ວມມື, ພັດທະນາ” ໄດ້ອັດລົງໃນຕອນຄຳ່ວັນທີ 17/8, ຢູ່ ຮ່າໂນ້ຍ, ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ. ມີຜູ້ແທນເກືອບ 150 ຄົນ ເຊິ່ງແມ່ນການນຳ, ສະມາຊິກສະມາຄົມມິດຕະພາບບັນດາປະເທດອາຊຽນກັບຈີນ, ແລະ ສະມາຄົມມິດຕະພາບຈີນກັບອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄວາມເຫັນນະພິທີ, ທ່ານ Vu Xuan Hong ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນັ້ນໜັກວ່າ:
”ຜ່ານ 45 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ອາຊຽນນັບມື້ນັບກາຍເປັນອົງການຮ່ວມມືໃນພາກພື້ນຢ່າງຮອບດ້ານ, ແມ່ນອົງການການເມືອງ - ເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີທີ່ຕັ້ງບົດບາດສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຝິກ. ປະຈຸບັນ, ອາຊຽນພວມປະຕິບັດວິວັດການກໍ່ສ້າງປະຊາຄົມອາຊຽນເຖິງປີ 2015. ແລະ ປີ 2015 ກໍ່ແມ່ນ 10 ປີ ແຫ່ງກອງປະຊຸມບັນດາອົງການຈັດຕັ້ງມິດຕະພາບປະຊາຊົນອາຊຽນ - ຈີນ. ມຸ້ງໄປສູ່ເຫດການນັ້ນ, ພວກເຮົາຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງຈົ່ງເສີມຂະຫຍາຍຫົວຄິດປະດິດສ້າງ, ມີການເຄື່ອນໄຫວສອງຝ່າຍທີ່ຂະຫຍັນຂັນເຄື່ອນກວ່າອີກເພື່ອໃຫ້ການພົວພັນປະຊາຊົນບັນດາປະເທດອາຊຽນ ແລະ ຈີນ ພັດທະນາກວ່າອີກ.”
ສ່ວນທ່ານຫົວໜ້າຄະນະຜູ້ແທນປະຊາຊົນຈີນ - ອາຊຽນ ເນັ້ນໜັກວ່າ, ກອງປະຊຸມບັນດາອົງການຈັດຕັ້ງມິດຕະພາບປະຊາຊົນອາຊຽນ - ຈີນ ເຊິ່ງຖືກຈັດຂຶ້ນປີລະເທື່ອນັ້ນ ແມ່ນແຫ່ງພົບປະແລກປ່ຽນມິດຕະພາບ, ໂອ້ລົມສົນທະນາຢ່າງສະເໝີພາບ, ແມ່ນແຫ່ງເຈລະຈາກ່ຽວກັບການຮ່ວມມື ແລະ ພ້ອມກັນປຶກສາຫາລືບັນດາບັນຫາໃຫຍ່… ໄດ້ກາຍເປັນພາກສ່ວນທີ່ສຳຄັນໃນການຜັນຂະຫຍາຍການຮ່ວມມືຢ່າງຮອບດ້ານລະຫວ່າງຈີນ - ອາຊຽນ.
ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: An Đăng/TTXVN)
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 17/8, ຢູ່ ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Nguyen Thi Kim Ngan ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມບັນດາອົງການມິດຕະພາບປະຊາຊົນ ອາຊຽນ - ຈີນ ຄັ້ງທີ 7 ຢູ່ຮ່າໂນ້ຍ. ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ເນັ້ນໜັກວ່າ: ຍາມໃດຫວຽດນາມ ກໍຖືການປັບປຸງ, ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ຈີນ ເປັນສຳຄັນ. ຫວຽດນາມ ຕີລາຄາສູງການພັດທະນາຢ່າງດີງາມໃນການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບ ສະພາແຫ່ງຊາດບັນດາປະເທດສະມາຊິກ ອາຊຽນ. ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ຫວັງວ່າ: ໃນໄລຍະຈະມາເຖິງ, ສະພາແຫ່ງຊາດບັນດາປະເທດສະມາຊິກ ອາຊຽນ ສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ເພີ່ມທະວີການສົມທົບກັນ ເພື່ອບັນລຸໄດ້ສຽງເວົ້າລວມ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ໃນໂລກ.