ອັດກອງປະຊຸມໃຫຍ່ຄັ້ງທີ5ສະຫະພັນບັນດາອົງການມິດຕະພາບຫວຽດນາມ
ກ
ອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 5 ສະຫະພັນບັນດາອົງການມິດຕະພາບຫວຽດນາມ
(ພາບປະກອບ)
(vovworld) - ທີ່ວາລະປະຊຸມທຳອິດຂອງຄະນະປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2013 – 2018, ເຊິ່ງຈັດຕັ້ງຂຶ້ນໃນວັນທີ 30/12, ບັນດາກຳມະການໃນຄະນະປະທານໄດ້ເລືອກຕັ້ງກຳມະການໃນຄະນະປະຈຳ 23 ທ່ານ ແລະ ບັນດາຕຳແໜ່ງຫຼັກແຫຼ່ງຂອງສະຫະພັນ. ທ່ານ ຫວູຊວນຮົ່ງ, ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະຫະພັນ, ທ່ານ ດົນຕ໋ວນຟອງ, ດຳລົງຕຳແໜ່ງຮອງປະທານທັງເປັນເລຂາທິການໃຫຍ່ສະຫະພັນ.
ກ່າວຄຳເຫັນອັດກອງປະຊຸມໃຫຍ່, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ເນັ້ນໜັກວ່າ:
“ໜ້າທີ່ ແລະ ພາລະກິດຂອງສະຫະພັນແມ່ນເພີ່ມທະວີເຄືອຂ່າຍປະເທດເພື່ອນມິດສາກົນຂອງ ຫວຽດນາມ ຢູ່ບັນດາປະເທດ ແລະ ບັນດາທະວີບ. ເຊື່ອມຕໍ່ເພື່ອນມິດ, ໃຫ້ຂ່າວເຖິງເພື່ອນມິດ ແລະ ປະຕິບັດທຸກສິ່ງທຸກຢ່າງເພື່ອປະກອບສ່ວນເຂົ້າໃນນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ກັບປະຊາຊົນບັນດາປະເທດເພື່ອເພີ່ມທະວີພື້ນຖານມະຫາຊົນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມກັບບັນດາປະເທດໃນໂລກ.”