ອັດງານມະໂຫລານ ຮູບເງົາ, ໂທລະພາບ ກິລາ ແລະ ທ່ອງທ່ຽວ ສາກົນຄັ້ງທີ 6
ອັດງານມະໂຫລານຮູບເງົາ, ໂທລະພາບກິລາ ແລະ ທ່ອງທ່ຽວສາກົນຄັ້ງທີ 6
(ພາບ: vietnamtourism.gov)
(vovworld) - ຕອນຄຳ່ວັນທີ 7/7, ພິທີມອບລາງວັນ ແລະ ອັດງານມະໂຫລານຮູບເງົາ, ໂທລະພາບກິລາ ແລະ ທ່ອງທ່ຽວສາກົນຄັ້ງທີ 6 ໄດ້ດຳເນີນຢູ່ຮ່າໂນ້ຍ. ມີຮູບເງົາ 145 ເລື່ອງ ທີ່ມາຈາກ 24 ປະເທດໄດ້ເຂົ້າຮ່ວມງານມະໂຫລານ. ທ່ານ Nguyen Xuan Vinh, ຜູ້ອຳນວຍການສູນຮູບເງົາກິລາ ແລະ ທ່ອງທ່ຽວຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະໂຫລານໃຫ້ຮູ້ວ່າ:
”ນີ້ແມ່ນງານມະໂຫລານທີ່ມີຮູບເງົາຫຼາຍເລື່ອງ ແລະ ຫຼາຍປະເທດເຂົ້າຮ່ວມ. ຜົນງານສູງສຸດຂອງງານມະໂຫລານຄັ້ງນີ້ແມ່ນການມີໜ້າຂອງບັນດາສະມາຊິກຂອງສະຫະພັນຮູບເງົາ, ໂທລະພາບກິລາ ແລະ ທ່ອງທ່ຽວສາກົນເຂົ້າຮ່ວມ, ນັບທັງອາຊີ, ເອີລົບ, ອາເມລິກາລາຕີນ ແລະ ອາຟະລິກາ. ງານມະໂຫລານບໍ່ພຽງແຕ່ແນະນຳກ່ຽວກັບຮູບພາບກິລາເຖິງເພື່ອນມິດສາກົນເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຂອງຊາວຫວຽດນາມທີ່ຝາກເຖິງເພື່ອນມິດສາກົນອີກດ້ວຍ”