(VOVWORLD) -ວັນທີ 4 ພຶດສະພາ, ອິດສະຣານແອັນ ໄດ້ຖະແຫຼງປິດປະຕູດ່ານຊາຍແດນແລກປ່ຽນສິນຄ້າ ແລະ ໄປມາຫາສູ່ຂອງປະຊາຊົນ ຢູ່ເຂດຊາຍແດນຂອງປະເທດນີ້ກັບເຂດກາຊາ ກໍ່ຄືເຂດຫາປາ ເພື່ອຕອບໂຕ້ເຫດການຍິງລູກຈະຫຼວດ.
(ພາບ: AFP/TTXVN)
|
ດ່ານແລກປ່ຽນສິນຄ້າ ແລະ ເຂດຫາປາດັ່ງກ່າວຈະຖືກປິດປະຕູໄປຈົນຮອດຍາມມີການປະກາດໃໝ່. ກົມກອງ 1 ຂອງກະຊວງປ້ອງກັນປະເທດອິດສະຣາແອນ ຈະຕິດຕາມກວດກາການປະຕິບັດຂ້ຕົກລົງປິດປະຕູດັ່ງກ່າວ.