ອິດສະຣາແອນຕົກລົງ ຢຸດຕິການເຈລະຈາ ກັບປາແລດສະຕິນ
(ພາບ: AFP)
(vovworld)- ວັນທີ 24/4, ອົງການປ້ອງກັນຄວາມສະຫງົບອິດສະຣາແອນ ໄດ້ຕົກລົງຢຸດຕິການເຈລະຈາສັນຕິພາບກັບປາແລດສະຕິນ ເພື່ອໂຕ້ຕອບຂໍ້ຕົກລົງລະຫວ່າງລັດຖະບານປາແລດສະຕິນ ແລະ ຂະບວນການອິດຊະລາມ Hamas. ນອກຈາກນັ້ນແລ້ວ, Tel aviv ຈະຈັດວາງການລົງໂທດດ້ານເສດຖະກິດທີ່ມີຕໍ່ ລັດຖະບານປາແລດສະຕິນ ຊື່ງມີສິດປົກຄອງດ້ວຍຕົງເອງຈຳກັດຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໂດຍອິດສະຣາແອນ ຍຶດຄອງ.
ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງການປະຊຸມທີ່ແກ່ຍາວ 6 ຊົ່ວໂມງຂອງບັນດາເຈົ້າໜ້າທີ່ຮັບຜິດຊອບວຽກງານປ້ອງກັນຄວາມສະຫງົບຂອງອິດສະຣາແອນ ເພື່ອຊັ່ງຊາບັນດາມາດຕະການໂຕ້ຕອບຄືນຂໍ້ຕົກລົງໄກ່ເກ່ຍປອງດອງທີ່ບັນລຸໄດ້ລະຫວ່າງສອງຂະບວນການ Fatah ແລະ Hamas ຢູ່ປາແລດສະຕິນ.
ຂໍ້ຕົກລົງໄກ່ເກ່ຍປອງດອງລະຫວ່າງສອງຂະບວນການ Fatah ແລະ Hamas ບັນລຸໄດ້ໃນສະພາບການທີ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງໂດຍ ອາເມລິກາ ເປັນຄົນກາງມີໄພຖືກປະລາໄຊກ່ອນການກຳນົດເວລາສຸດທ້າຍຄືວັນທີ 29/4 ທີ່ຈະມາເຖິງ./.