ອິດສະຣາແອນອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ໃໝ່ນັບຮ້ອຍຫຼັງຢູ່ Jerusalem ຕາເວັນອອກ
(VOVWORLD) -ທ່ານຮອງເຈົ້າຄອງນະຄອນ Jerusalem, Meir Turjeman, ໃຫ້ຮູ້ວ່າ ວັນທີ 08 ພະຈິກ, ເຈົ້າໜ້າທີ່ອິດສະຣາແອນ ໄດ້ເຊັນອະນຸມັດບັນດາໜັງສືອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ໃໝ່ 240 ຫຼັງ ໃນບັນດາເຂດຕັ້ງຖິ່ນຖານຄົງທີຂອງຊາວຢິວ ຢູ່ທາງທິດຕາເວັນອອກ Jerusalem.
(ພາບປະກອບ: AFP TTXVN)
|
ຕາມນັ້ນແລ້ວ, ຄະນະກຳມະການວາງແຜນຜັງຂອງນະຄອນ Jerusalem ໄດ້ອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ 90 ຫຼັງ ຢູ່ເຂດຕັ້ງຖິ່ນຖານຄົງທີ Gilo ແລະ ເຮືອນຢູ່ 150 ຫຼັງຕື່ມອີກຢູ່ເຂດ Ramat Shlomo.
ນີ້ແມ່ນການກະທຳໃໝ່ສຸດໃນບັນດາບາດກ້າວເດີນ ເພື່ອແນໃສ່ເພີ່ມທະວີການມີໜ້າຂອງຊາວຢິວ ຢູ່ເຂດຂອງຊາວ ປາແລັດສະຕິນ ຖືກອິດສະຣາແອນ ໂຮມເຂົ້າກັນທີ່ນະຄອນນີ້. ທ່ານ Turjeman ກໍ່ໃສ່ໃຈວ່າ ຄະນະກຳມະການດັ່ງກ່າວ ກໍ່ເຫັນດີຕໍ່ການສ້າງຕັ້ງເຮືອນຢູ່ 44 ຫຼັງໃຫ້ແກ່ຊາວປາແລັດສະຕິນ ຢູ່ເຂດ Beit Hanina ຂອງເຂົາເຈົ້າ.