ອິນເດຍ, ຫວຽດນາມ ກຳນົດບັນດາຂົງເຂດ ຊ່ວຍຊຸກຍູ້ການຄ້າ 2 ສົ້ນ

(VOVWORLD) - ວັນທີ 24 ຕຸລາ, ໃນການພົບປະເຈລະຈາຢູ່ New Delhi ປະເທດ ອິນເດຍ, ຄະນະປະຕິບັດງານກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ບັນດາຜູ້ຕາງໜ້າຂອງສະພາສົ່ງເສີມການຄ້າ ອິນເດຍ (TPCI)
ອິນເດຍ, ຫວຽດນາມ ກຳນົດບັນດາຂົງເຂດ ຊ່ວຍຊຸກຍູ້ການຄ້າ 2 ສົ້ນ - ảnh 1                                   ພາບປະກອບ

ໄດ້ປຶກສາຫາລືບັນດາກາລະໂອກາດດຳເນີນທຸລະກິດ ແລະ ການຮ່ວມມືໃນອະນາຄົດລະຫວ່າງ ອິນເດຍ ແລະ ຫວຽດນາມ ກໍ່ຄືບັນດາວິທີການ ແລະ ມາດຕະການ ເພື່ອຊຸກຍູ້ Indusfood - ງານຕະຫລາດນັດສົ່ງເສີມບັນດາຜະລິດຕະພັນສະບຽງອາຫານ ແລະ ຜະລິດຕະພັນກະເສດຂອງ ອິນເດຍ ຢູ່ ຫວຽດນາມ.

       2 ຝ່າຍກໍ່ໄດ້ເຫັນດີເປັນເອກະພາບກຳນົດເຕັກໂນໂລຊີຊີວະສາດໃນຂະແໜງກະສິກຳ ແລະ ສົ່ງເສີມສຸຂະພາບ, ເຕັກໂນໂລຊີປະດິດສ້າງວັດສະດຸໃໝ່, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເອເລັກໂຕນິກ, ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພະລັງງານແບບໃໝ່ ແມ່ນກຳລັງໜູນຊຸກຍູ້ການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 15 ຕື້ USD ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ