ອິນເດຍຫນູນຊ່ວຍຫວຽດນາມບຳລຸງສ້າງເຕັກໂນໂລຊີຂໍ້ມູນຂ່າວສານ

ອິນເດຍຫນູນຊ່ວຍຫວຽດນາມບຳລຸງສ້າງເຕັກໂນໂລຊີຂໍ້ມູນຂ່າວສານ - ảnh 1
ພ​າບ​ປະ​ກອບ:internet

(vovworld)-​ ​ ​ວັນ​ທີ 6/4 ຢູ່ ນະ​ຄອນ ຍາ​ຈາງ, ມະ​ຫາ​ວິ​ທະ​ຍາ​ໄລ​ຕິດ​ຕໍ່​ສື​່​ສານ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ຫລອງ​ສູນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ພາ​ສາ​ຕ່າງ​ປະ​ເທດ ຊື່ງ​ແມ່ນ​ກິດ​ຈະ​ກຳ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ໂດຍ​ລັດ​ຖະ​ບານ ອິນ​ເດຍ ຫນູນ​ຊ່ວຍກໍ່​ສ້າງ. ພົນ​ໂທ ຫງວຽນ​ຈີວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ແລະ ທ່ານ​ນາງ Preeti Saran, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ. ພາຍ​ຫລັງ​ນຳ​ເຂົ້າ​ເຄື່​ອນ​ໄຫວ, ສູນ​ດັ່ງ​ກ່າວ​ແມ່ນ​ສະ​ຖານ​ທີ່​ບຳ​ລຸງ​ສ້າງ, ຍົກ​ສູງ​ລ​ະ​ດັບ​ຄວາມ​ຮູ້​ດ້າ​ນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ຕ່າງ​ປະ​ເທດ​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ, ຄູ​ສອນ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຕິດ​ຕໍ່​ສື່​ສານ.

ຂ່າວ/ບົດ​ອື່ນ