ອິນເດຍແລະປາກິດສະຖານສືບຕໍ່ຍິງປືນໃສ່ກັນຢູ່ລຽບຕາມຊາຍແດນຢູ່ Kashmir
ປ້ອມປ້ອງກັນຄວາມສະຫງົບຂອງອິນເດຍ
(ພາບ: AFP/Getty Images)
(vovworld) – ວັນທີ 21/10, ວົງການເຈົ້າໜ້າທີ່ ອິນເດຍ ໃຫ້ຮູ້ວ່າ: ບັນດາການປະທະກັນຢູ່ເຂດຊາຍແດນສາກົນ (IB) ລະຫວ່າງ ອິນເດຍ ແລະ ປາກິດສະຖານ ໃກ້ກັບເຂດ Kashmir ສືບຕໍ່ເພີ່ມຂຶ້ນ ເມື່ອກຳລັງປ້ອງກັນຊາຍແດນ 2 ປະເທດໄດ້ນຳໃຊ້ອາວຸດປະເພດໜັກ ແລະ ປືນໃຫຍ່ເພື່ອຍິງປະທະກັນຢູ່ 25 ສະຖານທີ່ຕ່າງກັນ. ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, ການຍິ່ງປືນໃສ່ກັນຄັ້ງຕ່າງໆໄດ້ເລີ່ມແຕ່ຕອນຄຳ່ວັນທີ 20/10 ແລະ ສືບຕໍ່ເກີດຂຶ້ນຮອດຕອນເຊົ້າວັນທີ 21/10 ຢູ່ບ້ານແຫ່ງຕ່າງໆທີ່ເຂດຊາຍແດນຂຶ້ນກັບ ເມືອງ: Samba, Kathua ແລະ Jammu. ນັກຮົບທີ່ຂຶ້ນກັບກຳລັງປ້ອງກັນຊາຍແດນ (BSF) ຂອງ ອິນເດຍ ໃຫ້ຮູ້ວ່າ: ເຂົາເຈົ້າໄດ້ໂຕ້ຕອບຄືນຕໍ່ການຍິງປືນຂອງກຳລັງ ປາກິດສະຖານ. ເຈົ້າໜ້າທີ່ປະເທດນີ້ເວົ້າວ່າ: ກຳລັງປ້ອງກັນຊາຍແດນຂອງ ປາກິດສະຖານ ໄດ້ໃຊ້ອາວຸດໜັກ ແລະ ຍິງປືນໃຫຍ່ໃສ່ບັນດາສະຖານທີ່ຢູ່ເມືອງ Samba, Kathua ແລະ Jammu.