ອິນໂດເນເຊຍຍົກຍ້າຍພົນລະເມືອງອອກຈາກYemen
ກຳລັງປ້ອງກັນອາກາດ ແລະ ປ້ອງກັນຄວາມສະຫງົບ ອິນໂດເນເຊຍ ຍົກຍ້າຍພົນລະເມືອງ ອິນໂດເນເຊຍ ຢູ່ Yemen
(ພາບ:englishnews.thaipbs.or.th)
|
(vovworld) – ໃນການປະຊຸມຂ່າວເມື່ອວັນທີ 8/4 ຢູ່ ຈາກາກຕາ, ທ່ານນາງລັດຖະມົນຕີວ່າການກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ຢັ້ງຢືນວ່າ: ຕໍ່ໜ້າສະພາບການປະທະກັນພວມປິນຂັ້ນໄດຢູ່ Yemen, ອິນໂດເນເຊຍ ໄດ້ຍູ້ແຮງບັນດາຄວາມມານະພະຍາຍາມຍົກຍ້າຍພົນລະເມືອງປະເທດຕົນ. ທ່ານນາງລັດຖະມົນຕີວ່າການກະຊວງການຕ່າງປະເທດ Marsudi ໃຫ້ຮູ້ວ່າ: ນັບແຕ່ເມື່ອວິວັດການຍົກຍ້າຍພົນລະເມືອງໄດ້ຮັບການດຳເນີນໃນເດືອນ 12/2014, ມາຮອດປະຈຸບັນ, ໄດ້ມີຊາວ ອິນໂດເນເຊຍ 792 ຄົນໄດ້ຍົກຍ້າຍອອກຈາກ Yemen, ໃນນັ້ນມີ 770 ຄົນໄດ້ກັບເມືອປະເທດ. ຕາມທ່ານນາງ Marsudi ແລ້ວ, ປະຈຸບັນຍັງຄົງມີຊາວ ອິນໂດເນເຊຍ ຫຼາຍຄົນພວມຢູ່ບ່ອນຫຼີກໄພ, ລໍຖ້າໄດ້ຍົກຍ້າຍ, ໃນນັ້ນມີ 89 ຄົນຢູ່ Aden, 50 ຄົນຢູ່ Sana, 200 ຄົນຢູ່ Al – Mukalla ແລະ 444 ຄົນຢູ່ Tarim. ລັດຖະບານ ອິນໂດເນເຊຍ ສືບຕໍ່ຮຽກຮ້ອງ ບັນດາພົນລະເມືອງປະເທດນີ້ຢູ່ Yemen ພ້ອມແລ້ວທີ່ຈະຍົກຍ້າຍຍິ່ງໄວກໍ່ຍິ່ງດີກ່ອນທີ່ສະພາບການຮ້າຍແຮງຂຶ້ນຕື່ມ.