ອີຢູ ຍົກອອກຂໍ້ລິເລີ່ມໜູນຊ່ວຍດ້ານການເງິນໃຫ້ບັນດາປະເທດສະມາຊິກທີ່ຮັບເອົາຊາວອົບພະຍົບ

(VOVWORLD) -ວັນທີ 24 ກໍລະກົດ, ສະຫະພາບເອີຣົບ (ອີຢູ), ໄດ້ສະເໜີ ການໜູນຊ່ວຍດ້ານການເງິນ ເພື່ອແນໃສ່ສົ່ງເສີມບັນດາປະເທດສະມາຊິກ ທີ່ຮັບເອົາຊາວອົບພະຍົບໃນບັນດາກໍ່າປັ່ນ ກູ້ໄພ ກູ້ຊີບ ຢູ່ ທະເລເມດີແຕຣາເນດ້ວຍຄວາມສະໝັກໃຈ. 

ອີຢູ ຍົກອອກຂໍ້ລິເລີ່ມໜູນຊ່ວຍດ້ານການເງິນໃຫ້ບັນດາປະເທດສະມາຊິກທີ່ຮັບເອົາຊາວອົບພະຍົບ - ảnh 1ທ່ານ Dimistris Avramopoulos ກໍາມະການເອີຣົບ ຮັບຜິດຊອບບັນຫາຊາວອົບພະຍົບ, ພາຍໃນ ແລະ ສັນຊາດ

(ພາບ: AFP/TTXVN) 

ອີຢູ ໄດ້ຍົກອອກມາດຕະການດັ່ງກ່າວ ເພື່ອແນໃສ່ແກ້ໄຂ “ການແບກຫາບທີ່ໜັກໜ່ວງ” ໃນການຮັບເອົາຊາວອົບພະຍົບໃຫ້ແກ່ ອີຕາລີ ເທື່ອລະກ້າວ ພາຍຫຼັງເວລາຍາວນານທີ່ປະເທດສະມາຊິກນີ້ ໄດ້ຮັບເອົາຂະບວນຊາວອົບພະຍົບຈາກ ທະວີບ ອາຟະລິກາ, ໄດ້ຮັດກຸມການເຄື່ອນໄຫວຮັບເອົາຊາວອົບພະຍົບກວ່າ.

        ຕາມທ່ານ Dimistris Avramopoulos ກໍາມະການເອີຣົບ ຮັບຜິດຊອບບັນຫາຊາວອົບພະຍົບ, ພາຍໃນ ແລະ ສັນຊາດ ແລ້ວ, ແຕ່ລະປະເທດສະມາຊິກອີຢູ ຈະໄດ້ຮັບບ້ວງເງິນໜູນຊ່ວຍ ຕາມຂໍ້ກໍານົດ ແມ່ນ 6.000 euro/ຄົນຂໍລີ້ໄພ ເຊິ່ງເຂົາເຈົ້າໄດ້ຮັບເອົາ ຈາກ “ບັນດາສູນກວດກາ” ຊາວອົບພະຍົບ. ນີ້ແມ່ນມາດຕະການແກ້ໄຂເປີດກວ້າງ ອີງຕາມຂໍ້ຕົກລົງ ເຊິ່ງບັນດາປະເທດສະມາຊິກ ອີຢູ ໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມສຸດຍອດອີຢູ ຫວ່າງມໍ່ໆມານີ້, ຕາມນັ້ນແລ້ວ ໄດ້ສ້າງຕັ້ງບັນດາສູນກວດກາຜູ້ລີ້ໄພລວມ ແລະ ຈໍາກັດການເຄື່ອນຍ້າຍຂອງຊາວອົບພະຍົບພາຍໃນກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ