ອີຢູ ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດໃນການຕ້ານການກໍ່ການຮ້າຍ

(VOVWORLD) - ໃນວັນທີ 19 ມິຖຸນາ, ລັດຖະມົນຕີການຕ່າງປະເທດຂອງ 28 ປະເທດສະຫະພາບ ເອີລົບ (ອີຢູ), ທີ່ໂຮມປະຊຸມຢູ່ Luxembourg, ໄດ້ມີການປຶກສາຫາລືກ່ຽວກັບບັນດາແງ່ມູມການຕ່າງປະເທດໃນບັ້ນຮົບຕ້ານການກໍ່ການຮ້າຍ, ໃນສະພາບການບັນດາການບຸກໂຈມຕີເກີດຂຶ້ນໄລຍະມໍ່ໆມານີ້ຢູ່ ອີຢູ.  

ອີຢູ ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດໃນການຕ້ານການກໍ່ການຮ້າຍ - ảnh 1ກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດຢູ່ ບຣຸກແຊນ ໃນວັນທີ 19 ມິຖຸນາ

(ພາບ: EPA/TTXVN)

ບັນດາລັດຖະມົນຕີການຕ່າງປະເທດໄດ້ຮັບຮອງເອົາບັນດານະໂຍບາຍກ່ຽວກັບບັນຫານີ້. ໃນຂໍ້ສະຫລຸບຂອງສະພາພົວພັນຕ່າງປະເທດ, ບັນດາລັດຖະມົນຕີ ອີຢູ ສືບຕໍ່ກ່າວປະນາມຢ່າງຮຸນແຮງ ແລະ ບໍ່ປານິປານອມກັບລັດທິກໍໍ່ການຮ້າຍບໍ່ວ່າພາຍໃຕ້ຮູບແບບໃດກ່ຽວກັບເປົ້າໝາຍກໍ່ຄືຈຸດປະສົງ. ຢືນຢັນ ອີຢູ ຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມມືຢູ່ໃນລະດັບ 2 ຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ ເພື່ອຕໍ່ສູ້ຕ້ານໄພນາບຂູ່ດ້ວຍຫຼາຍຮູບຫຼາຍແບບນີ້. ສະພາເນັ້ນໜັກ ອີຢູ ເພີ່ມທະວີກຳລັງຄວາມສາມາດຂອງຕົນເພື່ອເປີດກ້ວາງການຮ່ວມມືໃນຂອບເຂດຕ້ານການກໍ່ການຮ້າຍ, ຮັບປະກັນລັກສະນະສະເໝີຕົ້ນສະເໝີປາຍໃນການເຄື່ອນໄຫວພົວພັນພາຍໃນ ແລະ ຕ່າງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ, ເພີ່ມທະວີບົດບາດຂອງບັນດາອົງການຍຸຕິທຳ ແລະ ພົວພັນພາຍໃນສຳລັບບັນດາປະເທດທີສາມ.

ຕອບກັບ

ຂ່າວ/ບົດ​ອື່ນ