ອີຢິບ ຈະດຳເນີນການເລືອກຕັ້ງ ປະທານາທິບໍດີ ຮອບທີ 2

ອີຢິບ ຈະດຳເນີນການເລືອກຕັ້ງ ປະທານາທິບໍດີ ຮອບທີ 2 - ảnh 1
ທ່ານ Mohamed Mursi ແລະ ທ່ານ Ahmed Shafiq ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງປະທານາທິບໍດີ ຮອບທີ 2 ທີ່​ຈະ​ດຳ​ເນີນ​ໃນ​ວັນ​ທີ 16 – 17/6
(ພາບ: RIA)

(vovworld) – ວັນ​ທີ 28/5, ຄະນະ​ກຳມະການ​ເລືອກ​ຕັ້ງ​ປະທານາທິບໍດີ​ສູງ​ສຸດ ອີ​ຢິບ ​ໄດ້​ປະກາດ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ໃນ​ອາທິດ​ກ່ອນ ຢ່າງ​ເປັນ​ທາງ​ການ, ຕາມ​ນັ້ນ​ແລ້ວ, ​ໃນ​ຈຳນວນ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ 12 ທ່ານ, ມີ​ພຽ​ງ​ແຕ່ 2 ທ່ານ ​ແມ່ນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ອົງການ​ອ້າຍ​ນ້ອງ ອິດສະ​ລາມ, ​ເຊິ່ງ​ແມ່ນ​ອົງການ​ການ​ເມືອງ​ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຢູ່ ອີ​ຢິບ​, ທ່ານ Mohamed Mursi ​ແລະ ອະ​ດີດ​ນາຍົກລັດຖະມົນຕີ ສະ​ໄໝ​ປະທານາທິບໍດີ Hosni Mubarack ​ແມ່ນ Ahmad Shafiq, ຍາດ​​ໄດ້​ບັດ​ສະໜັບສະ​ໜູນ​ສູງ​ສຸດ. ດັ່ງ​ນັ້ນ, ດ້ວຍ​ເລື່ອງ​ບໍ່​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທ່ານ​​​ໃດ​ບັນລຸ​ໄດ້​ 50% ຈຳນວນບັດ​ສະໜັບສະໜູນທີ່​ຈຳ​ເປັນ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ​ທີ່​ມີ​ບັດ​ສະໜັບສະໜູນ​ສູງ​ສຸດຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງປະທານາທິບໍດີ ຮອບທີ 2 ທີ່​ຈະ​ດຳ​ເນີນ​ໃນ​ວັນ​ທີ 16 – 17/6. ປະທານາທິບໍດີ​ຄົນ​ໃໝ່​ຈະ​ໄດ້​ຮັບ​ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 21/6 ​ແລະ ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ຈະ​ມອບ​ໂອນ​ສິດ​ອຳນາດ​ໃຫ້​​ແກ່​ປະທາ​ນາ​ທິບໍດີ​ຄົນ​ໃໝ່​ໃນ​ວັນ​ທີ 30/6
ຂ່າວ/ບົດ​ອື່ນ