ອີຢິບ: ລັດຖະມົນຕີ 5 ທ່ານລາອອກຈາກຕຳແໜ່ງ
ການແຫ່ຂະບວນປະທ້ວງຂະໜາດໃຫຍ່
(ພາບປະກອບ)
(vovworld) – ວັນທີ 1/7, ລັດຖະມົນຕີໃນລັດຖະບານ ອີຢິບ ໄດ້ຍືນໜັງສືຂໍລາອອຈາກຕຳແໜ່ງ,ພາຍຫຼັງເກີດການແຫ່ຂະບວນປະທ້ວງຂະໜາດໃຫຍ່ ຄັດຄ້ານປະທານາທິບໍດີ Mohamad Morsi 1 ວັນ. ບັນດາລັດຖະມົນຕີການທ່ອງທ່ຽວ, ສິ່ງແວດລ້ອມ, ໂທລະຄົມ, ບັນດາບັນຫາກົດໝາຍ ແລະ ສະພາແຫ່ງຊາດ ພ້ອມກັບລັດຖະມົນຕີຮັບຜິດຊອບວຽກງານສະໜອງ ແລະ ລະບາຍນ້ຳ ໄດ້ມີການພົບປະກັນຢູ່ສຳນັກງານກະຊວງໂທລະຄົມ ແລະ ລ້ວນແຕ່ສະແດງຄວາມເດັດດຽວຈະຖອນອອກຈາກຕຳແໜ່ງທີ່ພວມດຳລົງ. ພ້ອມກັນນັ້ນ, ກຸ່ມລັດຖະມົນຕີນີ້ ໃຫ້ຮູ້ວ່າຈະເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ.
ກໍ່ໃນວັນທີ 1/7, ຂະບວນການ Tamarod, ເຊິ່ງແມ່ນອົງການດຳເນີນການເກັບກຳ 15 ລ້ານລາຍເຊັນຄັດຄ້ານປະທານາທິບໍດີ Morsi, ໄດ້ກຳນົດເວລາໃນມື້ໜຶ່ງການນຳທ່ານນີ້ຕ້ອງລາອອກຈາກຕຳແໜ່ງ, ຫຼືວ່າຕ້ອງປະເຊີນໜ້າກັບການຄັດຄ້ານຂະໜາດໃຫຍ່. ຖະແຫຼງການຂອງ Tamarod ຊີ້ແຈ້ງວ່າ: “ຮອດເວລາ 15 ໂມງ (ເວລາ GMT) ວັນທີ 2/7, ທ່ານ Morsi ຕ້ອງປະລະສິດອຳນາດເພື່ອໃຫ້ບັນດາອົງການສ້າງລັດຖະທຳມະນູນແຫ່ງລັດກະກຽມໃຫ້ແກ່ການເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ”.