ຜູ້ແຫ່ຂະບວນປະທ້ວງຮຽກຮ້ອງປະທານາທິບໍດີລາອອກຈາກຕຳແໜ່ງ
(ພາບ: hanoimoi.com.vn)
(vovworld) - ວັນທີ 17/05, ຜູ້ແຫ່ຂະບວນປະທ້ວງນັບພັນຄົນ ໄດ້ເຕົ້າໂຮມຢູ່ສະໜາມຫຼວງ Tahrir ຢູ່ໃຈກາງນະຄອນຫຼວງ ກາຍໂຣ, ປະເທດອີຢີບ ເພື່ອຮຽກຮ້ອງໃຫ້ ປະທານາທິບໍດີ Mohamed Morsi ລາອອກຈາກຕຳແໜ່ງ ແລະ ຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາ. ການແຫ່ຂະບວນປະທ້ວງນີ້ຖືກດຳເນີນໄປຕາມຄຳຮຽກຮ້ອງຂອງຫຼາຍພັກການເມືອງ ແລະ ຂະບວນການຝ່າຍຄ້ານ ໃນນັ້ນມີບັນດາພັກລັດຖະທຳມະນູນຂອງທ່ານອະດີດຫົວໜ້າອົງການພະລັງງານປະລະມານູສາກົນ (IAEA) Mohamed ElBaradei. ຜູ້ແຫ່ຂະບວນປະທ້ວງນັບ 10 ຄົນກໍ່ໄດ້ເຕົ້າໂຮມຢູ່ຕໍ່ໜ້າສານສຸງສູດອີຢີບ ເພື່ອທວງໃຫ້ປະຕິບັດຄຳຮຽກຮ້ອງທັງໝົດຂອງການປະຕິວັດ. ຕາມສຳນັກຂ່າວສານທາງການ MENA ແລ້ວ, ການປ້ອງກັນຄວາມສະຫງົບໄດ້ຮັບການຮັດແຄບຢູ່ອ້ອມເຂດທີ່ເຄີຍເກີດການແຫ່ຂະບວນເປັນປະຈຳ ໃນນັ້ນມີສຳນັກງານກະຊວງພາຍໃນ, ລັດຖະບານ, ສະພາ Shura (Shura – ສະພາສູງອີຢີບ), ສຳນັກງານປະທານາທິບໍດີ ແລະ ບັນດາສຳນັກງານອົງການອ້າຍນ້ອງມຸດສະລິມກຳອຳນາດ.