ອີຢີບຍົກເລີກຄຳສັ່ງເກືອດຫ້າມໄປມາ ສຳລັບບັນດາເຈົ້າໜ້າທີ່ລະບອບເກົ່າ
ອະດີດນາຍົກລັດຖະມົນຕີ Hosni Mubarak
(ພາບ:Reuters)
(vovworld)- ວັນທີ 28/2, ກອງທຶນໄອຍະການສູງສຸດຂອງອີຢີບ ໄດ້ເລີ່ມຍົກເລີກບັນດາລະບຽບການເກືອດຫ້າມໄປມາສຳລັບເຈົ້າໜ້າທີ່ຂອງລະບອບເກົ່າຈຳນວນໜຶ່ງ ຊື່ງຖືກກ່າວຜູກໂທດຮັບຂອງຂວັນຢ່າງຜິດກົດໝາຍ. ບັນດາບຸກຄົນນີ້ຈະຖືກອະນຸຍາດສຳພັດກັບຊັບສົມບັດດ້ວຍເງິນສົດ ແລະ ອະສັງຫາລິມະຊັບຂອງຕົນ ພາຍຫຼັງໄດ້ສົ່ງຄືນຈຳນວນເງິນທີ່ໄດ້ຮັບຢ່າງຜິດກົດໝາຍ. ກ່ອນໜ້ານັ້ນ, ຄືໃນວັນທີ 29/12, ຫົວໜ້າໄອຍະການອີຢີບ, ທ່ານ Talaat Ibrahim Abdullah ໄດ້ອອກຄຳສັ່ງເກືອດຫ້າມໄປມາສຳລັບສະມາຊິກ 26 ຄົນໃນອຳນາດການປົກຄອງຂອງອະດີດນາຍົກລັດຖະມົນຕີ Hosni Mubarak ຊື່ງຖືກກ່າວຜູກໂທດໄດ້ຮັບຂອງຂວັນຈາກໜັງສືພິມລັດ Al Ahram ແຕ່ປີ 2006-2011. ໃນຈຳນວນບຸກຄົນເຫຼົ່ານັ້ນມີທ່ານ Mubarak, ພັນລະຍາຂອງທ່ານ ແລະ ລູກສາວ-ລູກໄພ້, ນອກຈາກນັ້ນກໍ່ຍັງມີອະດີດນາຍົກລັດຖະມົນຕີ Ahmed Nazif, ອະດີດລັດຖະມົນຕີກະຊວງພາຍໃນ Habib al Adly, ອະດີດຫົວໜ້າຫ້ອງວ່າການທຳນຽບປະທານາທິບໍດີ Zaikariya Azmy ແລະ ເຈົ້າໜ້າທີ່ອື່ນໆອີກຈຳນວນໜື່ງ.